郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮົງ​ກົງຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ບົດ​ລາຍ​ງານ​ຂອງ​ທ່ານ​ໄມ ພົມ​ເພວ ອີງ​ຕາມ“ກົດ​ໝາຍເຂດ​ປົກ​ຄອງຕົນ​ເອງ​ຮົງ​ກົງ”ທີ່​ມີ​ຢູ່​ແລ້ວ

2020-10-16 18:20:00 cri

   ວັນ​ທີ15ຕຸ​ລານີ້, ອົງ​ການ​ປົກ​ຄອງ​ເຂດບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່ບົດ​ລາຍ​ງານໃນ​ວັນ​ທີ14ຕຸ​ລານີ້ທີ່​ປະ​ກາດ​ໂດຍລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ອີງ​ຕາມ“​ຍັດ​ຕິ​ຮົງ​ກົງ​ປົກ​ຄອງ​ຕົນ​ເອງ”​.

   ໂຄ​ສົກຂອງ​ເຂດບໍ​ລິ​ຫານ​ພິ​ເສດ​ຮົງ​ກົງກ່າວ​ວ່າ,​ໃນ​ຫວ່າງ​ມໍ່ໆມາ​ນີ້ ອາ​ເມ​ຣິ​ກາ​ ​ນັບ​ມື້​ນັບ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງຢ່າງ​ປ່າ​ເຖື່ອນ,ເຊິ່ງ​ລວມ​ທັງ​ການ​ປະ​ກາດ​ກົດ​ໝາຍແລະ​ລັດ​ຖະ​ດຳ​ລັດ​ຕ່າງໆ​ດ້ວຍ​ຂໍ້​ອ້າງ​ເພື່ອ​ສິດ​ມະ​ນຸດ,ປະ​ຊາ​ທິ​ປະ​ໄຕ​ແລະການ​ປົກ​ຄອງ​ເອົາ​ເອງ, ພ້ອມ​ທັງ​ໄດ້​ຂວ້ຳ​ບາດ​ເຈົ້າ​ໜ້າ​ທີ່​ອົງ​ການປົກ​ຄອງ​ເຂດ​ພິ​ເສດ​ອີກດ້ວຍ. ຕໍ່ການ​ກ່າວ​​ຫາ​ທີ່​ໄຮ້ເຫດ​ຜົນ​ແລະ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງເຈົ້າ​ໜ້າ​ທີ່ອ​າ​ເມ​ຣິ​ກາ​ທີ່​ໄດ້​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ດັ່ງ​ກ່າວນັ້ນ​, ​ເຂດບໍ​ລິ​ຫານ​ພິ​ເສດ​ຮົງ​ກົງໄດ້​ຄັດ​ຄ້ານ​ແລະ​ກ່​າວ​ປະ​ນາມ​ຢ່າງ​ຮຸນ​ແຮງ.

ຄຳ​ເຫັນ

0