郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ຕິ​ເບດ​ຍົກ​ເລີກຄວາມ​ທຸກ​ຍາກ​ເດັດ​ຖານທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ

2020-10-16 17:29:40 cri

   ​ວັນ​ທີ15ຕຸ​ລານີ້​ວ່າ, ໃນກ​ອງ​ປະ​ຊຸມ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງການ​ຂ່າວ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂື້ນ​ຢູ່​ເມືອງ​ລາ​ຊາ​ເຂດ​ຕິ​ເບດ,ຜູ້​ຮັບ​ຜິດ​ຊອບ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ກ່າວ​ວ່າ, ການ​ຫຼຸດ​ພົ້ນ​ຄວາມ​ທຸກ​ຍາກຂອງ​ເຂດ​ຕິ​ເບດ​ໄດ້​ຮັບ​ຜົນ​ງານ​ທີ່​ສຳ​ຄັນ, ໄດ້​ຍົກ​ເລີກ​ຄວາມ​ທຸກ​ຍາກ​​​ເດັດ​ຖານທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

   ຕິ​ເບດ​ເປັນ​ເຂດ​ທຸກ​ຍາກ​ທີ່​ສຸດ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ,ໃນ​ຂະ​ບວນ​ການ​ຫຼຸດ​ພົ້ນ​​ຄຍ​ວາມ​ທຸກ​ຍາກ​ຂອງ​ທົ່ວ​ປະ​ເທດ ເຂດນີ້​ມີ​ຄົນ​ທຸກ​ຍາກ​ຫຼາຍກວ່າ​ໝູ່, ໃຊ້ທຶນ​ອຸດ​ໜູນ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ຫຼາຍກວ່າ​ໝູ່,ທັງ​ຍາກກວ່າ​ໝູ່​ທີ່​ຫຼຸດ​ພົ້ນ​ຄວາມ​ທຸກ​ຍາກ. ໂດຍ​ຜ່ານ​ຄວາມ​ພະ​ຍ​າ​ຍາມ​ສຸດ​ຂີດ,ຮອດ​ທ້າຍ​ປີ2019,ເຂດ​ເມືອງ​ທີ່​ທຸກ​ຍາກ74 ແຫ່ງ​ຂອງ​ເຂດ​ຕິ​ເບດ​ລ້ວນ​ແຕ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ,ປະ​ຊາ​ກອນ​ທຸກ​ຍາກ​ທີ່​ຈົດ​ທະ​ບຽນ​ແລ້ວ6ແສນ2ໝື່ນ8ພັນ​ຄົນ​ຫຼຸດ​ພົ້ນ​ຄວາມ​ທຸກ​ຍາກ,ລາຍ​ຮັບ​ສົດ​ຂອງ​ຄົນ​ທຸກ​ຍາກ​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຕໍ່​ປີ ຈາກ1499ຢວນ​ໃນ​ປີ2015 ​ເພີ່ມ​ຂຶ້ນ​ເຖິງ9328ຢວນ​ຂອງ​ປີ2019.

ຄຳ​ເຫັນ

0