何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈາະອຸ​ມົງ​ພູ​ນານ​ລຽນ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​​ຊອດ​ຢ່າງ​ສຳ​ເລັດ​ຜົນ

2020-10-16 14:20:33 CRI

​ເຈາະອຸ​ມົງ​ພູ​ນານ​ລຽນ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​​ຊອດ​ຢ່າງ​ສຳ​ເລັດ​ຜົນ_fororder_微信图片_20201016150751

ວັນ​ທີ 15 ຕຸ​ລາ​ນີ້, ຜ່ານ​ການ​ສູ້​ຊົນ​ຢ່າງ​ລຳ​ບາກ​ເປັນ​ເວ​ລາ 1500 ກວ່າ​ມື້, ອຸ​ມົງ ພູ​ນານ​ລຽນ​ຂອງທາງ​ລົດ​ໄຟ​ຈີນ​-ລາວ​​ໄດ້​ເຈາະ​ຊອດ​ຢ່າງ​ສຳ​ເລັດ​ຜົນ, ນີ້​ແມ່ນ​ອຸ​ມົງທີ່​ມີ​ລາງ​ລົດ​ໄຟ​ເສັ້ນ​ດຽວ​​ທີ່ຍາວ​ທີ່​ສຸດ​ຕາມ​ເສັ້ນທາງ​ລົດ​ໄຟ​ຈີນ-​ລາວ​ໃນ​ປະ​ຈຸ​ບັນ, ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຕິດ​ຕັ້ງ​ຄານ​ຂົວ ແລະ ປູ​ລາງ​ລົດໄຟ​ຕາມຫຼັງ. ມາ​ຮອດ​ປະ​ຈຸ​ບັນ, ອຸ​ມົງ 93 ແຫ່ງ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​ຢູ່ໃນ​ແດນ​ຈີນ​ໄດ້​ເຈາະ​ຊອດ​ແລ້ວ 82 ແຫ່ງ, ເຊິ່ງ​ໄດ້​ສ້າງ​ຄວາມ​ຄືບ​ໜ້າ​ໃຫ້​ກັບ​ການ​ກໍ່​ສ້າງ ແລະ ເປີດ​ບໍ​ລິ​ການ​ໃນ​ປີ​ໜ້າ.

​ເຈາະອຸ​ມົງ​ພູ​ນານ​ລຽນ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​​ຊອດ​ຢ່າງ​ສຳ​ເລັດ​ຜົນ_fororder_微信图片_20201016150743

ປະ​ຈຸ​ບັນ, ການ​ສ້າງ​ພື້ນ​ທາງ​ຂອງ​ທາງລົດ​ໄຟ​ຈີນ-​ລາວ​ຢູ່​ຕອນ​ປະ​ເທດ​ຈີນ​ໄດ້​ສຳ​ເລັດໂດຍ​ພື້ນ​ຖານ, ​ໂຄງ​ການ​ສ້າງຂົວ ອຸ​ມົງ ປູ​ລາງ ແລະ ສະ​ຖາ​ນີ​ລົດ​ໄຟ​ພວມ​ເລັ່ງ​ລັດ​​ກໍ່​ສ້າງ​ຕາມ​ແຜນ​ການ, ຄາດ​ວ່າພາຍ​ໃນ​ປີ​ນີ້​ຈະ​​ໃຫ້ສຳ​ເລັດ​ການ​ກໍ່​ສ້າງ​ຂົວ ອຸ​ມົງ ແລະ​ສະ​ຖາ​ນີ​ລົດ​ໄຟ​ທັງ​ໝົດ.

​ເຈາະອຸ​ມົງ​ພູ​ນານ​ລຽນ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​​ຊອດ​ຢ່າງ​ສຳ​ເລັດ​ຜົນ_fororder_微信图片_20201016150747

ທາງ​ລົດ​ໄຟ​ຈີນ-​ລາວ​ຍາວ​ທັງ​ໝົດ 1000 ກວ່າ​ກິ​ໂລ​ແມັດ, ຫຼັງ​ຈາກ​ສ້າງ​ສຳ​ເລັດ ແລະ ເປີດ​ບໍ​ລິ​ການແລ້ວ, ຈາກ​ນະ​ຄອນ​ຄຸນ​​ມິງ​ ໄປ​ຮອດ​ເມືອງ​ຊຽງ​ຮຸ່ງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​​ພັ່ນ​ນາ ແຂວງ​ຢຸນ​ນານ​​ຈະ​ໃຊ້​ເວ​ລາ​ພຽງ​ແຕ່ 3 ຊົ່ວ​ໂມງ​ເທົ່າ​ນັ້ນ, ເມື່ອ​​ອອກ​ເດີນ​ທາງຈາກ​ນະ​ຄອນ​ຄຸນ​​ມິງ​ໃນ​ຕອນ​ຄ່ຳ​​ກໍສາ​ມາດ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ໃນ​ຕອນ​ເຊົ້າຂ​ອງ​ມື້​ຕໍ່​ໄປ.

 

ຄຳ​ເຫັນ

0