吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້

2020-10-16 14:54:51 CRI

ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້_fororder_1602751381593_865_500x336

ວັນ​ທີ 15 ຕຸ​ລາ​ນີ້, ພົນ​ເອກປະຍຸດ ຈັນ​ໂອຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ພ​ວມ​ຢ້ຽມ​ຢາມ​ໄທ​ຢ່າງ​ເປັນ​ທາງ​ການຢູ່​ນະ​ຄອນ​ຫຼວງ​ບາງກອກ​.

 

ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້_fororder_1602751353478_784_500x333

​ໃນ​ໂອ​ກາດ​ດັ່ງກ່າວ ທ່ານ​ວາງ​ຢີ້​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​​ຝາກ​ຜ່ານ​ທ່ານ​ປະ​ຍຸດ ຈັນ​ໂອ​ຊາ​ເຖິງສົມ​ເດັດ​ມະ​ຫາ​ວະ​ຊິ​ລາ ລົງ​ກອນ​ ເຈົ້າ​ຊີ​ວິດ​ໄທ ແລະ ​ນຳ​ເອົາ​ຄວາມອວຍ​ພອນ​ທີ່​ດີ​ງາມ​ຂອງ​ຜູ້​ນຳ​ປະ​ເທດ​ຈີນ​ມາ​ເຖິງ​​ທ່ານພົນ​ເອກ​ປ​ະ​ຍຸດ ຈັນ​ໂອ​ຊາ​ເຊັນ​ດຽວ​ກັນ. ທ່ານ​ວາງ​ຢີ້​ກ່າວ​ວ່າ, ​ຂ້າ​ພະ​ເຈົ້າ​ຢ້ຽມ​ຢາມ​ປະ​ເທດ​ໄທ​ຕາມ​ຄຳ​ເຊື້ອ​ເຊີນ​ເປັນ​ຄັ້ງ​ທຳ​ອິດ​ຫຼັງ​ພະ​ຍາດ​ໂຄວິດ19 ລະ​ບາດ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ ແລະ ໄທ​ບໍ່​ແມ່ນ​ປະ​ເທດ​ອື່​ນ​ໄກ, ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ທີ່​ຈີນ ແລະ ໄທ​ສາ​ມາດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ19 ໄດ້. ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ ກັບ ໄທໄດ້​ຜ່ານ​​ການ​ທົດ​ສອບ​ຂອງ​ພະ​ຍາດ​ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ຈີນ-ໄທ​ມີ​ຄວາມ​​ທົນ​ທານ​ໝັ້ນ​ໜຽວ​ຢ່າງ​ເຂັ້ມ​ແຂງ ແລະ ມີ​ອະ​ນາ​ຄົດ​ອັນ​ສົດ​ໃຈ.

 

ພົນ​ເອກ​ປະ​ຍຸດ ຈັນ​ໂອ​ຊາ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທ່ານ​ສີ​ຈີ້ນ​ຜິງ​ທີ່​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ມາ​ເຖິງ​ສົມ​ເດັດ​ມະ​ຫາ​ວະ​ຊິ​ລາ ລົງ​ກອນ ເຈົ້າ​ຊີ​ວິດ​ໄທ. ທ່ານ​ນາ​ຍົກ​ໄທ ລັດ​ຖະ​ມົນ​ຕີ​ໄທ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ ແລະ ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ໂດຍ​ຜ່ານ​ທ່ານ​ວາງ​ຢີ້​ໄປ​ເຖິງ​ຜູ້​ນຳ​ຈີນ. ທ່ານ​ປະ​ຍຸດ ຈັນ​ໂອ​ຊາ​ກ່າວ​ວ່າ: ໄທ​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ໄທ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19, ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ທີ່​ໄດ້​ປະ​ກາດ​ໃຫ້​ວັກ​ຊີນ​ຂອງ​ຈີນ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ ພາຍ​ຫຼັງ​ຄົ້ນ​ຄວ້າ​ຜະ​ລິດ​ແລະ​ຖືກ​ນຳ​ໃຊ້​ແລ້ວ, ຝ່າຍ​ໄທ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ວັກ​ຊິນ, ພ້ອມ​ກັນ​ກໍ່​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທີ່​ປອດ​ໄສ. ສອງ​ຝ່າຍ​ຈະ​ພ້ອມ​ກັນ​ກຳ​ນົດ​ແຜນ​ການ​ຮ່ວມ​ມື​ເມື່ອ​ພະ​ຍາດ​ໂຄວິດ19 ສິ້ນ​ສຸດ​ລົງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໄທ-ຈີນ​ໃຫ້​ກ້າວ​ສູ່​ລວງ​ເລິກ.

 

ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້_fororder_webwxgetmsgimg
ມື້​ດຽວ​ກັນ, ທ່ານ​ວາງ​ຢີ້​ຍັງ​ໄດ້​ພົບ​ປະກັບ​ທ່ານດອນ ປ​ຣະ​ມັດ​ວິ​ໄນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ.

ຄຳ​ເຫັນ

0