何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ ແລະ ເຂ​ດ​ພິ​ເສດ​ຮົງ​ກົງ​ຈີນມີ​ແຜນ​ຈະ​ສ້າງ “ວົງຈອນ​ເດີນ​ທາງ​ໂດຍ​ຖ້ຽວ​ບິນ​ທີ່​ປອດ​ໄພ​”

2020-10-16 15:13:07 CRI

ວັນ​ທີ 15 ຕຸ​ລາ​ນີ້, ທ່ານ​ອອງ​ຢີ​ຄຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ສິງ​ກະ​ໂປ​ປະ​ກາດ​ວ່າ, ສິງ​ກະ​ໂປ ແລະ ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ເຫັນ​ດີ​ໃນ​ດ້ານຫຼັກາການ​ວ່າ​ຈະ​ສ້າງ  “ວົງ​​ຈອນ​ເດີນ​ທາງ​ໂດຍ​ຖ້ຽວ​ບິນ​ທີ່​ປອດ​ໄພ​”, ເປີດ​ການ​ເດີນ​ທາງ​ທັງ​ໝົດລະ​ຫວ່າງ​ສິງ​ປະ​ໂປ ແລະ ຮົງ​ກົງ​ຈີນ ເຊິ່ງ​ລວມ​ທັງ​ການ​ທ່ອງ​ທ່ຽວ​ທົ່ວ​ໄປ, ຫຼັງ​ຈາກ​ຜູ້​ໂດຍ​ສານ​ເຂົ້າ​ເມືອງ​ແລ້ວ​ບໍ່​​ຈຳ​ເປັນຕ້ອ​ງ​ກັກ​ບໍ​ລິ​ເວນແບບ​ບັງ​ຄັບ​ ຫຼື ກັກ​ບໍ​ລິ​ເວນຢູ່ໃນ​ເຮືອນຕົນ.

 

​    ທ່ານ ອອງ​ຢີ​ຄຸງ​ກ່າວ​ວ່າ, ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ຜ່ານ “ວົງ​ຈອນ​ເດີນ​ທາງ​ໂດຍ​ຖ້ຽວ​ບິນ​ທີ່​ປອດ​ໄພ​”ຕ້ອງກວດ​ເຊື້ອ​ພະ​ຍາດ​ໂຄວິດ-19ກ່ອນ, ແລະ​ຕ້ອງ​ເປັນ​ຜົນ​ລົບ. ພ້ອມ​ກັນ​ນັ້ນ, ​ຜູ້​ໂດຍ​ສານ​ກໍ​ຕ້ອງ​ຂີ່​ເຮືອ​ບິນ​ຖ້ຽວ​ພິ​ເສດນີ້, ຢູ່​ເທິງ​ເຮືອ​ບິນ​ຖ້ຽວ​ພິ​ເສດ​ນັ້ນ​ຈະ​ບໍ່​ມີ​ຜູ້​ໂດຍ​ສານ​ຜ່ານ​ແດນ ຫຼື ຜູ້​ໂດຍ​ສານນອກວົງ​ຈອນ​ເດີນ​ທາງດັ່ງ​ກ່າວ.

 

 

ຄຳ​ເຫັນ

0