郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

NASAປະ​ກາດແຜນ​ການ​ຫຼ້າ​ສຸດ​ໃນ​ການ​ສຳ​ຫຼວດ​ຜິວ​ດວງ​ຈັນ

2020-10-16 18:09:10 cri

   ​ຫວ່າງ​ມໍ່ໆ​ນີ້,​ອົງ​ການ​ຈັດ​ຕັ້ງ​ນັກ​ຟິ​ຊິ​ສາດ​ລາຍ​ງານ​ວ່າ, ​ອົງ​ການການ​ບິນ​ແລະ​ອະ​ວະ​ກາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ ຫຼື NASA ໄດ້ປະ​ກາດແຜນ​ການ​ຫຼ້າ​ສຸດ​ໃນ​ການ​ສຳ​ຫຼວດ​ຜິວ​ດວງ​ຈັນ“ອາ​ເທີ​ມິ​ສ”​ຂອງ​ຕົນ​ໃນ​ຫວ່າງ​ມໍ່ໆ​ມານີ້,ຄື:ໃນ​ປີ2024ຈະ​ສົ່ງ​ນັກ​ບິນອະ​ວະ​ກາດ​ລົງ​ຜິວດວງ​ຈັນ ໂດຍ​ແບ່ງ​ເປັນ​ສາມໄລ​ຍະ​, ​ຈະ​ໃຊ້​ເງິນທັງ​ໝົດ 28 ຕື້​ໂດ​ລາ. ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​​ເຊັນ​ອະ​ນຸ​ມັດ​ແຜນ​ການ​ຂຶ້ນດວງ​ຈັນ​ດັ່ງ​ກ່າວ​ແລະ​ຖື​ເປັນ​ໂຄງ​ການ​ບູ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ.

   ວັນ​ທີ13ຕຸ​ລານີ້​, NASAແລະ​ອົງ​ການການ​ບິນ​ອະ​ວະ​ກາດ​ຂອງ7ປະ​ເທດ ຄື: ອົ​ສ​ຕຼາ​ລີ,ກາ​ນາ​ດາ,ອີ​ຕາ​ລີ,ຍີ່​ປຸ່ນ,ລຸກ​ຊຳ​ບວກ, ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເ​ຣດ ແລະ​ອັງ​ກິດ ໄດ້​ເຊັນ “ສັນ​ຍາ​ອາ​ເທີ​ມິ​ສ”, ປະ​ເທດ​ເຫຼົ່າ​ນີ້​ຈະ​ເຂົ້າ​ຮ່ວມ​ແຜນ​ການ“ອາ​ເທີ​ມິ​ສ”ໃນ​ແຜນ​ການສົ່ງ​ມະ​ນຸດ​ລົງ​ຜິວບົກ​ດວງ​ຈັນ​ສະ​ບັບ​ໃໝ່​ຂອງ​ອາ​ເມ​ຣິ​ກາ.

NASAປະ​ກາດແຜນ​ການ​ຫຼ້າ​ສຸດ​ໃນ​ການ​ສຳ​ຫຼວດ​ຜິວ​ດວງ​ຈັນ_fororder_1083375323

NASAປະ​ກາດແຜນ​ການ​ຫຼ້າ​ສຸດ​ໃນ​ການ​ສຳ​ຫຼວດ​ຜິວ​ດວງ​ຈັນ_fororder_1246811173

NASAປະ​ກາດແຜນ​ການ​ຫຼ້າ​ສຸດ​ໃນ​ການ​ສຳ​ຫຼວດ​ຜິວ​ດວງ​ຈັນ_fororder_377797066

ຄຳ​ເຫັນ

0