覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສອງ​ປີ​ຜ່ານ​ມາມີຊາວຕ່າງ​ປະ​ເທດຢ້ຽມ​ຢາມ​ສູນ​ສຶກ​ສາ​ອົບ​ຮົມ​ເຂດ​ຊິນ​ຈ່ຽງ​ເຖິງ​ພັນ​ກວ່າ​ຄົນ

2020-10-17 15:22:55 cri

ນັບ​ແຕ່​ທ້າຍ​ປີ 2018 ເປັນ​ຕົ້ນ​ມາ,ຄະ​ນະ​ຜູ້​ແທນ​ຂອງ ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ,ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ ​ປະ​ຈຳ​ເຊີ​ແນວ, ນັກ​ຂ່າວ,​ຄະ​ນະ​ຈັດ​ຕັ້ງ​ທາງ​ສາ​ສະ​ໜາ​ແລະ​ອື່ນໆ 70 ກວ່າ​ຄະ​ນະ ກໍ​ຄື​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຈາກ 90 ກວ່າ​ປະ​ເທດ ຈຳ​ນວນ 1000 ກວ່າ​ຄົນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຊິນ​ຈ່ຽງ​ຂອງ​ຈີນ ໂດຍ​ໄດ້​ໄປ​ຢ້ຽມ​ຊົມ​ສູນ​ສຶກ​ສາ​ອົບ​ຮົມ​ຂອງ​ທ້ອງ​ຖິ່ນ​ນີ້​.
 

ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ້​ຊິນ​ຈ່ຽງ ສ​ປ ຈີນ ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ສະ​ເພາະ​ກ່ຽວ​ກັບ​ບັນ​ຫາ​ການ​​ປະ​ກັນ​ການອອກ​ແຮງ​ງານ​ປະ​ກອບ​ອາ​ຊີບ​ຂອງ​ຊິນ​ຈ່ຽງ. ທ່ານ​ຈູ​ລີ​ຢາ​ທີ ຊື​ມາ​ຢີ້ ໂຄ​ສົກ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ້​ຊິນ​ຈ່ຽງ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວສະ​ຖາ​ນີ​ໂທ​ລະ​ພາບ​ຈີນ-ອາ​ຣັບ. ທ່ານ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ​ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ທີ່​ໄປ​ຢ້ຽມ​ຢາມ​ສູນ​ສຶກ​ສາ​ອົ​ບ​ຮົມ​ໄດ້​ຢືນ​ຢັນ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ສູນ​ສຶກ​ສາ​ອົບ​ຮົມ, ໄດ້​ເຂົ້າ​ໃຈ​ເຖິງ​ຄວາມ​ຮີບ​ດ່ວນ,ຄວາມ​ຈຳ​ເປັນ​, ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແລະ​ຄວາມ​ສົມ​ເຫດ​ສົມ​ຜົນທີ່​ຊິນ​ຈ່ຽງ​ດຳ​ເນີນ​ວຽກ​ງານ​ສຶກ​ສາ​ອົບ​ຮົມ, ເຂົາ​ເຈົ້າ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງວ່າ ຊິນ​ຈ່ຽງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຄົມ​ໂລກ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ກຳ​ຈັດ​ລັດ​ທິ​ຫົວ​ຮຸນ​ແຮງ.
 

 ສຳ​ລັບ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຊາວຕ່າງ​ປະ​ເທດ​​ເດີນ​ທາງໄປ​ຊິນ​ຈ່ຽງ, ທ່ານ​ຈູ​ລີ​ຢາ​ທີ ຊື​ມາ​ຢີ້ ກ່າວ​ວ່າ: ຊິນ​ຈ່ຽງ​ໄດ້​ເປີດ​ປະ​ຕູ ແລະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ຊິນ​ຈ່ຽງ​ມີ​ມູນ​ເຊື້ອ​ມັກ​ແຂກ​ມັກ​ຄົນ, ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບຄົນ​ຕ່າງ​ປະ​ເທດ​ມາ​ທ່ອງ​ທ່ຽວ​ແລະ​ຢ້ຽມ​ຢາມ​ຊິນ​ຈ່ຽງ​ເພື່ອ​ສຳ​ຜັດ​ກັບ​ທິວ​ທັດ​ທີ່​ສວຍ​ສົດ​ງົດ​ງາມ​ຂອ​ງ​ຊິນ​ຈ່ຽງ ແຕ່​ວ່າ​​ຊາວ​ຕ່າງ​ປະ​ເທດ​ທີ່​ເຄື່ອນ​ໄຫວ​ຢູ່​ຈີນ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ຈີນ.

 

 

ຄຳ​ເຫັນ

0