吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ສະ​ໜອງ​ອາ​ຫານຢ່າງ​ຍືນ​ຍົງ ແລະ ​​ດີ​ຕໍ່ສຸ​ຂະ​ພາບ​ໃຫ້​​ໝົດ​ທຸກ​ຄົນ

2020-10-17 17:27:59 CRI

    ວັນ​ທີ 16 ຕຸ​ລາ​ນີ້, ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ອາ​ຫາ​ນ​ໂລກ, ທ່ານ​ອັນ​ໂ​ຕນີວ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສະ​ໜອງ​ອາ​ຫານ​​ຢ່າງຍືນ​ຍົງ ແລະ ​ດີ​ຕໍ່ສຸ​ຂະ​ພາບ​ໃຫ້​​ໝົດ​ທຸກ​ຄົນ, ແລະ​ປະ​ຢັດ​ອາ​ຫານ​ໃຫ້​ຫຼາຍ​ຈົນ​ສຸດ​ຄວາມ​ສາ​ມາດ.
    ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ພະ​ຍາດ​ໂຄວິດ19 ເຮັດ​ໃຫ້​​ສະ​ບຽງອາ​ຫານ​​ມີຄວາມ​​ບໍ່ໝັ້ນ​ຄົງ​ຕື່ນ​ອີກ ​ຈົນ​ເຖິງລະ​ດັບ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ສິບ​ປີ​​ຜ່ານ​ມາ. ປັດ​ຈຸ​ບັນ, ໃນ​ໂລກ​ມີ 690 ລ້ານ​ຄົນ​ກິນ​ບໍ່​ອີ່ມ, ຮອດ​ທ້າຍ​ປີ​ນີ້, ຍັງ​ຈະ​ມີ​ປະ​ມານ 130 ລ້ານ​ຄົນ​ອາດ​ຈະ​​ຕົກ​ຢູ່​ໃນ​ສະ​ພາ​ບ​ອຶດ​ຫິວ. ພ້ອມ​ກັນ​ນັ້ນ, 3 ຕື້ກວ່າ​ຄົນ​​​ບໍ່​ມີອາ​ຫານ​ທີ່​​ດີ​ຕໍ່​ສຸ​ຂະ​ພາບ.

    ທ່ານ​ກ່າວ​ວ່າ: “ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ວັນ​ສ້າງ​ຕັ້ງອົງການ​ອາຫານ ​ແລະ ກະ​ເສດ​ສະຫະ​ປະຊາ​ຊາດ ຫຼື FAO ຄົບ​ຮອບ 75 ປີ, ພວກ​ເຮົາ​ຄວນ​​ສຸມ​ຄວາມ​ພະ​ຍາ​ຍາມ​ຫຼາຍກວ່າ​ເກົ່າ ເພື່ອ​ບັນ​ລຸວິ​ໄສ​ທັດ​ຂອງ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ວິ​ໄສ​ທັດ​ນີ້​ໝາຍ​ຄວາມ​ວ່າ, ໃນ​ອະ​ນາ​ຄົດ ໝົດ​ທຸກ​ຄົນ ບໍ່​ວ່າ​ຢູ່​ໃສ ລ້ວນ​ແຕ່​ໄດ້​ຮັບ​ທາດ​ບຳ​ລຸງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ.”
    ທ່ານ​ກູ​ເຕີ​ເຣັ​ສ​ຊີ້​ອອກວ່າ, ທ່ານ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​​ໃນ​ລະ​ບົບ​ສະ​ບຽງ​ອາ​ຫານ​ເທື່ອ​ໜຶ່ງ​ໃນ​ປີ​ໜ້າ ເພື່ອ​ສົ່ງ​ເສີມ​ໃຫ້​ໃຊ້​ມາດ​ຕະ​ການ​ເພື່ອ​ບັນ​ລຸ​ວິ​ໄສ​ທັດ​​ດັ່ງ​ກ່າວ. “​ພວກ​ເຮົາຕ້ອງ​ໃຫ້​ລະ​ບົບ​ສະ​ບຽງ​ອາ​ຫານ​ມີ​ຄວາມ​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ວຸ້ນ​ວາຍ ແລະ ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”

ຄຳ​ເຫັນ

0