吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ບຸນ​ຮູບ​ເງົາ​ເສັ້ນ​ທາງ​ສາຍ​ໄໝ​ສາ​ກົນ​ຄັ້ງ​ທີ 7 ຢູ່​ນະ​ຄອນ​ສີ່​ອ່ານ

2020-10-17 15:31:47 CRI

    ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລາ​ນີ້, ບຸນ​ຮູບ​ເງົ​າ​ເສັ້ນ​ທາງ​ສາຍ​ໄໝ​ສາ​ກົນ​ຄັ້ງ​ທີ 7 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ສີ່​ອ່ານ ແຂວງ​ສ້ານ​ຊີ່​​ສ.ປ.ຈີນ. ບຸນ​ຮູບ​ເງົາ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ເສັ້ນ​ທາງ​ສາຍ​ໄໝ​ເຊື່ອມ​ໂຍງ​ໂລກ ອະ​ລິ​ຍະ​ທຳ​ເຊື່ອມ​ໂຍງ​ດ້ວຍຮູບ​ເງົາ​” ເຊິ່ງ​ໄດ້ດຶງ​ດູດ 116 ປະ​ເທດ ແລະ ເຂດ​ແຄວ້ນ​ນຳ​ເອົາ​ຮູບ​ເງົາ 3 ພັນ​ກວ່າ​ເລື່ອງມາ​ເຂົ້າ​ຮ່ວມ.


    ທ່ານ​ເຊີງ​ຟູ​ໂປ່ ຮອງ​ເຈົ້າແຂວງ​ ແຂວງສານ​ຊີ່​ກ່າວ​ວ່າ: “ພວກ​ເຮົາ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ທີິ່​ຕິດ​ແທດ​ຕົວ​ຈິງ​ກັບ​ບຸກ​ຄົນ​ວົງ​ການ​ຮູບ​ເງົາ​ຂອງ​ປະ​ເທດ ແລະ ເຂດ​ແຄວ້ນ​ທີ່ລຽບ​ຕາມ​ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ຖອດ​ຖອນ​ບົດ​ຮຽນ, ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ແລະ ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່ເລິກ​ເຊິ່ງກວ່າ​ເກົ່າ, ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ ໃນ​ຂົງ​ເຂດກວ້າງ​ຂວາງກວ່າ​ເກົ່າ, ເຮັດ​ໃຫ້ IP ວັດ​ທະ​ນະ​ທຳ​ບຸນ​ຮູບ​ເງົາ​ເສັ້ນ​ທາງ​ສາຍ​ໄໝ​ສາ​ກົນ ​ມີ​ຊື່​ສຽງ​​ໂດ່ງ​ດັງຍິ່ງຂຶ້ນ.”

 

    ທ່ານ​ເຊີງ​ຟູ​ໂປ່​ກ່າວ​ວ່າ, ໃນ​ໄລ​ຍະ​ຈັດ​ບຸນ​ຮູບ​ເງົາ, ອົງ​ການ ແລະ ບຸກ​ຄົນ​ວົງ​ການ​ຮູບ​ເງົາ​ຈຳ​ນວນ​ຫຼາຍ​ໄດ້​​ມີ​ເຈດ​ຈຳ​ນົງດຳ​ເນີນ​ການ​ຮ່ວມ​ມື, ​ເຊິ່ງ​ໄດ້​ເຊັນ​ສັນ​ຍາໂຄງ​ການຮ່ວມ​ມື 36 ໂຄງ​ການ. ໄດ້​ສາຍຮູບ​ເງົາ​​ດີ​ເດັ່ນ​ຂອງຈີນ ແລະ ຕ່າງ​ປະ​ເທດ 500 ກວ່າ​ເລື່ອງ​​ໃນ​ໂຮງ​ຮູບ​ເງົາ, ຢູ່​ກາງ​ແຈ້ງ ແລະ ທາງ​ອອນ​ໄລ, ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ຮູບ​ເງົາ​ໃຫ້​ພັດ​ທະ​ນາ​ຕື່ມ​ອີກ.

ຄຳ​ເຫັນ

0