莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສືບ​ທອດ​ແລະ​ສົ່ງ​ເສີມ​ນ້ຳ​ໃຈອັນ​ຍິ່ງ​ໃຫຍ່​​ທີ່​ຊ່ວຍ​ເຫຼືອ​ສ​ປ​ປ​ເກົ່າຫຼີ​ຕໍ່​ຕ້ານ​​ການ​ຮຸກ​ຮານ​ຂອງອາ​ເມ​ຣິ​ກາ​​, ບຸກ​ບືນສູ້​ຊົນ​ເພື່ອ​ບັນ​ລຸ​​ເປົ້າ​ໝາຍການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ

2020-10-20 14:37:28 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສືບ​ທອດ​ແລະ​ສົ່ງ​ເສີມ​ນ້ຳ​ໃຈອັນ​ຍິ່ງ​ໃຫຍ່​​ທີ່​ຊ່ວຍ​ເຫຼືອ​ສ​ປ​ປ​ເກົ່າຫຼີ​ຕໍ່​ຕ້ານ​​ການ​ຮຸກ​ຮານ​ຂອງອາ​ເມ​ຣິ​ກາ​​, ບຸກ​ບືນສູ້​ຊົນ​ເພື່ອ​ບັນ​ລຸ​​ເປົ້າ​ໝາຍການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ_fororder_微信图片_20201020143541

​​ເນື່ອງ​ໃນ​ໂອ​ກາດ​ທີ່ກອງ​​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​​ໄດ້​ເຮັດ​ພັນ​ທະ​ສູ່​ຮົບ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີ, ວັນ​ທີ 19 ຕຸ​ລານີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ເດີນ​ທາງ​ໄປ​ຫໍ​ພິ​ພິ​ທະ​ພັນ​ການ​ທະ​ຫານ​​ການປະ​ຕິ​ວັດ​ປະ​ຊາ​ຊົນ​ຈີນ, ເພື່ອ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ເນື່ອງ​ໃນ​ໂອ​ກາດ​ວັນ​ລະ​ນຶກກອງ​​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​​ເຮັດ​ພັນ​ທະ​ສູ້ຮົບ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີຕໍ່​ຕ້ານ​​ການ​ຮຸກ​ຮານ​ຂອງອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີ ເຊິ່ງ​​ມີ​ຫົວ​ຂໍ້​ວ່າ “ຈື່​ຈຳ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່, ປົກ​ປ້ອງ​ສັນ​ຕິ​ພາບ​ແລະ​ຄວາມ​ເປັນທຳ”.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສືບ​ທອດ​ແລະ​ສົ່ງ​ເສີມ​ນ້ຳ​ໃຈອັນ​ຍິ່ງ​ໃຫຍ່​​ທີ່​ຊ່ວຍ​ເຫຼືອ​ສ​ປ​ປ​ເກົ່າຫຼີ​ຕໍ່​ຕ້ານ​​ການ​ຮຸກ​ຮານ​ຂອງອາ​ເມ​ຣິ​ກາ​​, ບຸກ​ບືນສູ້​ຊົນ​ເພື່ອ​ບັນ​ລຸ​​ເປົ້າ​ໝາຍການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ_fororder_微信图片_20201020143620

​ທ່ານ​ສີ​ຈິ້ງ​ຜິງ​ກ່າວ​ເນັ້ນ​ວ່າ: 70 ປີ​ກ່ອນ, ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຕໍ່​ຕ້ານການ​​ຮຸກ​ຮານ, ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ຕັດ​ສິນ​ໃຈ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຄື: ​ໃຫ້​ການຊ່ວຍ​ເຫຼືອ​ສ​ປ​ປ​ເກົ​າຫຼີ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ຣິ​ກາ ​ທັງ​ເປັນ​ການ​ປົກ​ປ້ອງ​ບ້ານ​ເກີດ​ເມືອງນອນ​​​ກໍ​ຄື​ປະ​ເທດຂອງ​ຕົນ. ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ ແມ່ນ​ໄຊ​ຊະ​ນະ​​ຂອງ​ຄວາມ​ເປັນ​ທຳ, ແມ່ນ​ໄຊ​ຊະ​ນະ​ແຫ່ງ​ສັນ​ຕິ​ພາບ, ແລະ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ. ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ໄດ້ຫຼໍ່ຫຼອມ​​ໃຫ້​ເປັນ​ນ້ຳ​ໃຈ ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫຼີ​ຄັ້ງ​ຍິ່ງ​ໃຫຍ່​ໃນ​ການ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ຜູ້​ຮຸກ​ຮານ, ແມ່ນ​ຊັບ​ສິນ​ດ້ານ​ຈິດ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ. ຕ້ອງ​ລົງ​ເລິກ​ຮ່ຳ​ຮຽນ​ແລະ​ໂຄ​ສະ​ນາ​​ກ່ຽວ​ກັບວິ​ລະ​​ກຳ​ແລະ​ນ້ຳ​ໃຈ​ປະ​ຕິ​ວັດ​ຂອງ​ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງສັງ​ຄົມ​ອີ່ມ​ໜ່ຳ​ສຳ​ລານ​​ໃຫ້ສຳ​ເລັດ​ຜົນ​​​ຢ່າງຮອບ​ດ້ານ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ແລະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຄຳ​ເຫັນ

0