何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ​ທີ່​ເຂົ້າ​ອອກ​ເມືອງ​ຜ່ານ​ດ່ານກວາງ​ຊີ​ເພີ່ມ​ຂຶ້ນ 2,3 ເທົ່າ ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນພັດ​ທະ​ນາ​ຢ່າງ​ສະ​ດວກ

2020-10-21 15:12:57 CRI

ດ່ານ​ຜິງ​ຊຽງ​ເຂດກວາງ​ຊີ​ແມ່ນ​ດ່ານ​​ການ​ຄ້າສຳ​ຄັນ​ຂອງ​ຊ່ອງ​ທາງ​ໃໝ່​ໃນ​ການ​ຜ່ານ​ດ່ານທາງ​ບົກ ທາງ​ທະ​ເລ​ສາ​ກົນ ແລະ ການ​ເຂົ້າ​ອອກ​ເມືອງ​ຂອງ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ, ທັງ​ເປັນ​ຊ່ອງ​ທາງ​ຜ່ານ​ດ່ານ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ສຳ​ຄັນ​ໃນ​​ດ້ານການ​ຄ້າ​ຈີນ-ອາ​ຊຽນ.

 

ນັບ​ແຕ່​ຕົ້ນ​ປີ​ນີ້ເປັ​ນ​ຕົ້ນ​ມາ​ໄດ້​​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ເຂດ​ຕິດ​ຕາມ​ຄຸ້ມ​ຄອງ​ໝາກ​ໄມ້​ທີ່​ນຳ​ເຂົ້າ​ເມືອງ ແລະ ດ່ານ​ນຳ​ເຂົ້າ ​​ສຳ​ລັບ​ໝາກ​ໄມ້​ຂອງ​ປະ​ເທດ​ໄທ​ສູ່​ປະ​ເທດ​ຈີນ​ໂດຍ​ຜ່ານ​ປະ​ເທດ​ຝ່າຍ​ທີ 3.

 

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນປີ​ນີ້, ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ນັກ​ທຸ​ລະ​ກິດ​ທັງ​ພາຍ​ໃນ​ ແລະ​ຕ່າງ​ປະ​ເທດ​ເນື່ອງ​ຈາກ​​ມີທ່າ​ແຮງ​ທີ່​ບໍ່​ໄດ້​ສຳ​ຜັດ​ກັນ ແລະ ສາ​ມາດ​ຂົນ​ສົ່ງ​​ໃນປະ​ລິ​ມານຫຼວງຫຼາຍ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ກັນ​ຍາ​ປີ​ນີ້, ​ດ່ານ​​ຜິງ​ຊຽງ​ໄດ້​ຕິດ​ຕາມ​ຄຸ້ມ​ຄອງຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ​ທີ່​ຜ່ານ​ດ່ານ​​ຜິງ​ຊຽງ​ມີ​ຈຳ​ນວນ 269ຂະ​ບວນ, ເພີ່ມ​ຂຶ້ນ 187 ຂະ​ບວນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ,ຫຼື 2,3 ເທົ່າ. ​​ສິນ​ຄ້າ​ສົ່ງ​ອອກ​ໄປ​ຫວຽດ​ນາມ​ຕົ້ນ​ຕໍ​ແມ່​ນ ອຸ​ປະ​ກອນ​ກົນ​ຈັກ ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຼນິກ, ​ແຜ່ນ​ແພແລະ​ເຄື່ອງ​ນຸ່ງ​ຫົ່ມ, ​ສ່ວນ​ຂາ​ກັບ​ໄດ້​ບັນ​ທຸກ​ໝາກ​ໄມ້​ເຂດຮ້ອນ, ຜະ​ລິດ​ຕ​ະ​ພັນ​ເອ​ເລັກ​ໂຕຼນິກ ແລະ ແຮ່​ທາດ, ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ຊັບ​ພະ​ຍາ​ກອນ​ ແລະ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

ຄຳ​ເຫັນ

0