黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຟີ​ລິບ​ປີນ​ກ່າວ​ວ່າ​ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນ​ໃໝ່​ມີ​ຜົນ​ດີ​ຕໍ່​ຟີ​ລິບ​ປີນ

2020-10-21 14:33:47 cri

ວັນ​ທີ 20 ຕຸ​ລາ​ນີ້, ທ່ານ​ຄາ​ລົ​ສ໌ ໂດມິງ​ເກ​ສ ລັດ​ຖະ​ມົນ​​ຕີ​ກະ​ຊວງ​ການ​ເງິນ​ຟີ​ລິບ​ປີນ​ໄດ້​ກ່າວ​ວ່າ: ໃນ​ໄລ​ຍະ​​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ນຳ​ໜ້າ​ໂລກ​​ໃນ​ການ​ຟື້ນ​ຟູການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ, ນີ້​ແມ່ນ​ຂ່າວ​ດີ​ສຳ​ລັບ​ຟີ​ລິບ​ປີນ​ເຊິ່ງ​ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຈີນ​ຢ່າງ​ໃກ້​ຊິດ.

ທ່ານ​ໂດ​ມິງ​ເກ​ສ ກ່າວ​ວ່າ: ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຟີ​ລິບ​ປີນ, ປັດ​ຈຸ​ບັນ​ເສດ​ຖະ​ກິດ​ຈີນ​​ສາ​ມາດຟື້ນ​ຄືນ​ໃໝ່ໄດ້, ຄວາມ​ຕ້ອງ​ການ​​ດ້ານ​​ສິນ​ຄ້າ​ຟີ​ລິບ​ປີນຂອງ​ຕະ​ຫຼາດ​ຈີນກໍ​ຈະ​ເພີ່ມ​ຂຶ້ນ, ເຊື່ອ​ວ່າ​ຈະ​ມີ​ຜະ​ລິດ​ຕະ​ພັນ​ຟີ​ລິບ​ປີນ​ຂາຍ​ໄປ​ໃຫ້​ປະ​ເທດ​ຈີນ​ຫຼາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.

ມື້​ດຽວ​ກັນ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ທ້ອງ​ຖິ່ນ, ເຈົ້າ​ໜ້າ​ທີ່​ອົງ​ການພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຟີ​ລິບ​ປີນ​ກໍ​ກ່າວ​ວ່າ: ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ຟີ​ລິບ​ປີນ, ພາຍ​ຫຼັງ​ເສ​ດ​ຖະ​ກິດ​ຈີນ​​ສາ​ມາດຟື້ນ​ຟູ​ການ​ເຕີ​ບ​ໂຕ​​ໄດ້​ແລ້ວໃນ​ໄຕ​ມາດ​ທີ 2, ການ​ສົ່ງ​ອອກ​ສິນ​ຄ້າຂອງ​ຟີ​ລິບ​ປີນ​ສູ່​ຕະ​ຫຼາດ​ຈີນ​ກໍ​ສາ​ມາດ​ຟື້​ນ​ຟູ​ໄດ້​ເຊັ່ນ​ກັນ.

ຄຳ​ເຫັນ

0