何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຈົບ​ງາມ6ດ້ານ

2020-10-22 14:23:00 CRI

ວັນ​ທີ 21 ຕຸ​ລາ​ນີ້, ກອງ​ປະ​ຊຸ​ມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ວະ​ສຶກ​ສາ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ຜົນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”.

 

ໃນ​ບົດ​ລາຍ​ງານໄດ້​ລະ​ບຸ​ວ່າ, ການ​ຮ່ວມ​ມື​ສາ​ກົນ​ດ້ານ​ອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ຮັບ​ໝາກ​ຜົນ​ທີ່​ຈົບ​ງາ​ມ​ໃນ 6 ດ້ານ ຄື: ຮູບ​ການ​ແລກ​ປ່ຽນ​ນັກ​ສຶກ​ສາ​ໄປ​ຮ່ຳ​ຮຽນ​ຢູ່​ປະ​ເທດ​ຂອງ​ກັນ​ແລະ​ກັນ​ໄດ້​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ; ການ​ອົບ​ຮົມ​ສີ​ມື​ແຮງ​ງານ​ຂ້າມ​ຊາດ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ;ລະ​ດັບ​ຄູ​ອາ​ຈານ​ມີ​ລະ​ດັບ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ; ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ພາຍນອກ​ໄດ້​ຊຸກ​ຍູ້​​ໃຫ້​ມີ​ຄວາມກ້າວ​ໜ້າ; ການ​ແລກ​ປ່ຽນ​ທາງດ້ານວັດ​ທະ​ນະ​ທຳ​ມີ​ສີ​ສັນ​ຢ່າງຫຼາກຫຼາຍ; ການ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຈົບ​ງາມ.

 

ໃນ​ດ້ານ​ການ​ອົບ​ຮົມ​ສີ​ມື​ແຮງ​ງານ​ຂ້າມ​ຊາດ, ປະ​ຈຸ​ບັນ​ໄດ້​ສ້າງ​ສູນ​ອົບ​ຮົມ9ແຫ່ງ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​ຢຸນ​ນານ, ໂດຍ​ໃຫ້​ການ​ອົບ​ຮົມ​ດ້ານ​ພາ​ສາ​ຈີນ ກົດ​ໝາຍ ສາ​ທາ​ລະ​ນະ​ສຸກ ແລະ ດ້ານເຕັກ​ນິກ​ທີ່​ນຳ​ໃຊ້​ຕົວ​ຈິງ​ໃຫ້​ແກ່​ແຮງ​ງານ​ຂ້າມ​ຊາດ​ຈຳ​ນວນ 4 ໝື່ນກວ່າ​ຄົນ​ໂດຍ​ບໍ່​ເກັບ​ຄ່າ.

ຄຳ​ເຫັນ

0