莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີຣົບ​ໃນ​ອະ​ນາ​ຄົດ​ຄືນ​ໃໝ່

2020-10-22 10:50:46 cri

ວັນ​ທີ 21 ຕຸ​ລານີ້, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຖະ​ແຫຼງວ່າ: ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ​​ເອີຣົບ​ໃນ​ອະ​ນາ​ຄົດ​ຈະ​ເລີ່ມ​ຕົ້ນ​ຄືນ​ໃໝ່​ໃນ​ວັນ​ທີ 22 ຕຸ​ລານີ້, ແຕ່​ກໍບໍ່​ປະ​ຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ສອງ​ຝ່າຍ​ອາດ​ຈະບໍ່​ສາ​ມາດ​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ໃນ​ສັນ​ຍາ​ໄດ້.

ມື້​ດຽວ​ກັນ, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຖະ​ແຫຼງວ່າ: ອັງ​ກິດ​ໄດ້​ກະ​ກຽມ​ຢ່າງ​ດີ​ແລ້ວ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ກັບ​ສະ​ຫະ​ພາບ​ເອີຣົບ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ກຳ​ນົດຫຼັກ​ການ​ຈຳ​ນວນ​ໜຶ່ງ​ໃນ​ໄລ​ຍະ​ການ​ເຈ​ລະ​ຈາ​ຢ່າງ​​ຕໍ່ເນື່ອງ​. ຕາມ​ຂ່າວ​ໃຫ້​ຮູ້​ວ່າ, ການ​ເຈ​ລະ​ຈາ​ໄລ​ຍະ​ທີ​ໜຶ່ງ​ຈະ​ຈັດ​ຂຶ້ນ​ຢູ່​ລອນດອນ​ແຕ່​ວັນ​ທີ 22-25 ຕຸ​ລານີ້.

ພາຍຫຼັງ​ຈັດ​ການ​ພົບ​ປະຂອງ​ຜູ້​ນຳ​ປະ​ເທດ​ໃນສະ​ຫະ​ພາບ​ເອີຣົບ​ຢູ່ບ​ຣຸກ​ແຊນໃນ​ວັນ​ທີ 15 ຕຸ​ລາ​ຜ່ານ​ມາແລ້ວ, ອັງ​ກິດ​ເຄີຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ຫະ​ພາບ​​ເອີຣົບ​ໄດ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ຖ້າ​ສະ​ຫະ​ພາບ​​ເອີຣົບ​ບໍ່​​ມີ​ທ່າ​ທີປ່ຽນ​ແປງຫຼັກ​ໝັ້ນ​​ຕາຍ​ໂຕ, ກໍ​ຈະ​ບໍ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ເຈ​ລະ​ຈາ​ອີກ.

ຄຳ​ເຫັນ

0