ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ຕຸລານີ້ຕາມເວລາທ້ອງຖິ່ນ, ອົງການກອງທຶນເງິນຕາສາກົນຫຼື IMF ໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຈ້ອງເບິ່ງເສດຖະກິດຂອງພາກພື້ນອາຊີປາຊີຟິກ ໂດຍລະບຸວ່າ: ເສດຖະກິດໃນພາກພື້ນອາຊີປາຊີຟິກເລີ່ມຟື້ນຄືນຈາກສະພາບຊຸດໂຊມຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ວ່າ ລະດັບຄວາມໄວຂອງການຟື້ນຄືນຂອງແຕ່ລະກຸ່ມເສດຖະກິດແມ່ນຕ່າງກັນ.
ບົດລາຍງານຊີ້ອອກວ່າ: ເຖິງວ່າເສດຖະກິດຂອງພາກພື້ນອາຊີປາຊີຟິກເລີ່ມຟື້ນຄືນໃນໄຕມາດທີສາມປີນີ້, ແຕ່ກຸ່ມເສດຖະກິດໃນພາກພື້ນມີສະພາບການຕ່າງກັນ, ລະດັບຄວາມໄວຂອງການຟື້ນຄືນກໍຕ່າງກັນ. ອົງການ IMF ຄາດວ່າ: ເສດຖະກິດຂອງພາກພື້ນອາຊີປາຊີຟິກໃນປີ 2020 ອາດຈະຕົກຕ່ຳລົງ 2,2%. ໃນນັ້ນ, ກຸ່ມເສດຖະກິດທີ່ພັດທະນາແລ້ວຈະຕົກຕ່ຳລົງ 4%, ຕະຫຼາດຈະເລີນໃໝ່ແລະກຸ່ມເສດຖະກິດທີ່ພວມພັດທະນາຈະຕົກຕ່ຳລົງ 1,6%. ຍ້ອນວ່າເສດຖະກິດຈີນສາມາດຟື້ນຄືນໄດ້ຢ່າງແຂງແຮງໃນໄຕມາດທີສອງປີນີ້, ສະນັ້ນໝົດປີນີ້ມີຫວັງຈະເຕີບໂຕ 1,9%, ແລະຈະເປັນກຸ່ມເສດຖະກິດຕົ້ນຕໍພຽງໜຶ່ງດຽວທີ່ຈະບັນລຸການເຕີບໂຕໃນປີນີ້.
ຄຳເຫັນ
0