莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍ​ແບ​ຄັງປັນ​ຍາ​ປອມ​​ຕໍ່ຕ້ານ​ຈີນ​ຂອງ​ອົ​ສ​ຕຼາ​ຣີ

2020-10-22 14:18:16 cri

​ຫວ່າງມໍ່ໆ​ມານີ້, ເວັບ​ໄຊ​ທາງ​ການ​ຂອງ​ພັກຊີ​ຕີ​ເຊນ​ອົ​ສ​ຕຼາ​ຣີ​ໄດ້​ພິມ​ບົດ​ຄວາມ, ​​ໂດຍ​ໄດ້ເປີດ​ເຜີຍ​ແລະກ່າວ​ຕຳ​ໜິ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ທາງ​ຍຸດ​ທະ​ສາດ​ອົສ​ຕຼາ​ຣີ ​ທີ່​ເປັນ​ຜູ້​ຕິດ​ຕ້ອຍ​ຫ້ອຍ​ຕາມ​ອິດ​ທິ​ກຳ​ລັງ​​ຕໍ່​ຕ້ານ​ຈີນ​ຂອງ​ອາ​ເມ​ຣິ​ກາ ​ເພື່ອໂຄ​ສະ​ນາ​ຊວນ​ເຊື່ອ​ໃນຫົວ​ຂໍ້​ຕ່າງໆ​​ເພື່ອ​ຕໍ່​ຕ້ານ​ຈີນ ໂດຍ​ອ້າງ​ໂຕ​ເອງ​ເປັນ​ “​ຄັງ​ປັນ​ຍາ”, ໄດ້​ສ້າງ​ບົດ​ລາຍ​ງານ​ປອມ​​​ກ່ຽວ​ກັບຈີນ ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນ. ພັກຊີ​ຕີ​ເຊນອົ​ສ​ຕຼາ​ຣີ​ກ່າວ​ວ່າ: ອົງ​ການ​ດັ່ງ​ກ່າວ​ໄດ້​ເປັນ​ຕົວ​ສະ​ແດງ​ທີ່​ພົ້ນ​ເດັ່ນ​ໃນ​ການ​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອົ​ສ​ຕຼາ​ຣີ.

ທີ່​ຈິງ​ແລ້ວ​, ໃນ​ທ້າຍ​ເດືອນ​ກັນ​ຍາ, ເວັບ​ໄຊ​ທາງ​ການ​ຂອງ​ພັກ​ຊີ​ຕີ​ເຊນ​ອົ​ສ​ຕຼາ​ຣີ​ກໍ​ໄດ້​ພິມ​ບົດ​ຄວາມ​ຕ່າງໆ​ທີ່​​ພາດ​ຫົວ​ຂໍ້ວ່າ “ການ​ບັນ​ລະ​ຍາຍ​ກ່ຽວ​ກັບ​ຈີນ”. ​ໃນບົດ​​ຄວາມ​ດັ່ງ​ກ່າວ​ໄດ້​ກ່າວ​ວ່າ: ອົງ​ການ​ຂ່າວ​ລັບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອົ​ສ​ຕຼາ​ຣີ​ໄດ້​ນຳ​ໃຊ້​ເນື້ອ​ໃນ​ທີ່ບໍ່​ໄດ້​ຮັບ​ການ​ພິ​ສູດ​ແລະ​ຢັ້ງ​ຢືນ​ມາ​ໂຈມ​ຕີ​ປະ​ເທດ​ຈີນ, ເພື່ອ​ປົກ​ປິດ​ເລື່ອງ​ຈິງ​​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອົ​ສ​ຕຼາ​ຣີ​​ທີ່​ຖືກ​ອົງ​ການ​ຂ່າວ​ລັບ​ແລະ​ຄວາມ​ໝັ້ນ​ຄົງແລະ​​ພັນ​ທະ​ມິດ 5 ຕາ ຫຼື Five eyes Alliance ຂອງ​ອົ​ສ​ຕຼາ​ຣີ​ຄວບ​ຄຸມ. ທ່ານໄຄ​ລ ແຮມ​ມິນ​ຕັນ ບັນ​ດິດ​ຕໍ່​ຕ້ານ​ຈີນ​ໄດ້​ຊູ​ປ້າຍ “ວິ​ຊາ​ການ”, ແລ້ວ​ພິມ​ຈຳ​ໜ່າຍ​ປື້ມຫຼາຍ​ເທື່ອ​ເພື່ອ​ໂຄ​ສະ​ນາ​ຊວນ​ເຊື່ອ “ຖ້ອຍ​ຄວາມ​ໄພ​ຂົ່ມ​ຂູ່​ຈາກ​ຈີນ”, ແລະ​​ກະ​ຈາຍ​ຂະ​ຫຍາຍ​​ຂ່າວ​ປອມ​ເພື່ອ​ຕໍ່​ຕ້ານຈີນ.

ນອກນີ້, ເວັບ​ໄຊ​ຂ່າວ​ສານ​ອາ​ເປັກ(APAC) ທີ່​ເປັນ​ສື່​ເອ​ກະ​ລາດ​ຂອງ​ອົ​ສ​ຕຼາ​ຣີ​ກໍ​ເປີດ​ເຜີຍ​ຂ່າວ​ວ່າ: ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ທາງ​ຍຸດ​ທະ​ສາດ​ອົ​ສ​ຕຼາ​ຣີໄດ້​ຮັບ​ທຶນ​ຫຼາຍ​ລ້ານ​ໂດ​​ລາ​ສະ​ຫະ​ລັດ​ຈາກ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ແລະ​ບໍ​ລິ​ສັດ​ຕ່າງ​ປະ​ເທດ, ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ຜົນ​ກຳ​ໄລ​ຈາກ​ການ​ບັງ​ຄັບ​​ແຮງ​ງານ​ໃນ​ຄຸກເຮັດ​ວຽກ. ແຕ່​ເປັນ​ໜ້າ​ຢາກ​ຫົວ​ນັ້ນ​ແມ່ນ, ສະ​ຖາ​ບັນ​ດັ່ງ​ກ່າວ​ພັດ​ຕຳ​ໜິ​ວ່າ​ຈີນ​ມີ​ບັນ​ຫາ​ດ້ານ​ສິດ​ທິ​ມະ​ນຸດ.

ຄຳ​ເຫັນ

0