ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສື່ມວນຊົນລາວໄດ້ລາຍງານວ່າ: ມາຮອດປັດຈຸບັນມີບໍລິສັດພາຍໃນແລະຕ່າງປະເທດ ຈຳນວນ 1.562 ແຫ່ງລົງທຶນໃນຂົງເຂດກະສິກຳແລະປ່າໄມ້ຢູ່ລາວ ມີທັງໝົດ 4,2 ຕື້ໂດລາສະຫະລັດ. ໃນນີ້ບໍລິສັດຕ່າງປະເທດມີ 515 ແຫ່ງ, ລົງທຶນ 2,2 ຕື້ໂດລາສະຫະລັດ, ປະເທດລົງທຶນຕົ້ນຕໍແມ່ນປະເທດໃນສະຫະພາບເອີຣົບ, ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສ.ເກົາຫຼີ ແລະ ຝຣັ່ງເປັນຕົ້ນ. ໃນນີ້, ຈີນເປັນປະເທດລົງທຶນຫຼາຍອັນດັບໜຶ່ງ ມີທັງໝົດ 239 ບໍລິສັດ ລົງທຶນປະມານ 590 ລ້ານໂດລາສະຫະລັດ. ປີ 2020, ຜະລິດຕະພັນກະສິກຳທີ່ລາວສົ່ງອອກໄປໃຫ້ຕ່າງປະເທດຫຼາຍອັນດັບໜຶ່ງແມ່ນອ້ອຍ, ໄດ້ສົ່ງອອກໄປໃຫ້ຈີນ 3 ແສນໂຕນ, ຖັດມາແມ່ນມັນຕົ້ນ, ສາລີ, ກ້ວຍ, ໝາກໂມ ແລະອື່ນໆ. ນອກນີ້, ລາວຈະສົ່ງອອກເຂົ້າສານໄປໃຫ້ຈີນ 5 ໝື່ນໂຕນ, ປັດຈຸບັນໄດ້ສຳເລັດການສົ່ງອອກແລ້ວ 15.000 ໂຕນ.
ຄຳເຫັນ
0