覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ປະ​ຕິ​ວັດ​​ລຸ້ນ​ອາ​ວຸ​ໂສແລະ​ນັບ​ຮົບ​ຜູ້​ເສຍ​ສະຫຼະ

2020-10-23 16:24:03 cri

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ປະ​ຕິ​ວັດ​​ລຸ້ນ​ອາ​ວຸ​ໂສແລະ​ນັບ​ຮົບ​ຜູ້​ເສຍ​ສະຫຼະ_fororder_zhiysuhfslfe1
 

 ພິ​ທີ​ລະ​ນຶກໃນ​ໂອ​ກາດ​ທີ່ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ເຮັດ​ພັນ​ທະ​​ສູ້​ຮົບຢູ່​ຕ່າງ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ສປ​ປ​ເກົາຫຼີ​ຕໍ່​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ຣິ​ກາ​ຄົບ​ຮອບ 70 ປີ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 23 ຕຸ​ລາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ​ໄດ້​​ກ່າວຢືນ​ຢັນ​ວ່າ, ປະ​ເທດ​ຊາດ​ຈະ​ຈື່​ຈຳ​ຄຸນ​ງາມ​ຄວາມ​ດີ​ທີ່​ບໍ່​ມີ​ວັນ​ເສົ້າ​ໝອງ​ທີ່ນັກ​ປະ​ຕິ​ວັດ​ລຸ້ນ​ອາ​ວຸ​ໂສ​ໄດ້​ສ້າງ​​ຂຶ້ນເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ທຳ​ຂອງ​ສາ​ກົນ, ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ ໂລກແລະ​ປ້ອງ​ກັນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ທີ່​ຫາ​ກໍ່​ສະ​ຖາ​ປະ​ນາ​ຂຶ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແລະ​ຈື່​ຈຳ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
 

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ປະ​ຕິ​ວັດ​​ລຸ້ນ​ອາ​ວຸ​ໂສແລະ​ນັບ​ຮົບ​ຜູ້​ເສຍ​ສະຫຼະ_fororder_zhiysuhfslfe2
 

 ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ​ຄະ​ນະລັດ​ຖະ​ບານ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ນັກ​ຮົບ​ເກົ່າ​ຂອງກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ,ນັກ​ຮົບ​ເກົ່າຜູ້​​ທີ່​ມີ​ກຽດ​ຕິ​ຍົດ​ທີ່​ເຄີຍ​ໄດ້​ຮັບ​ບາດ​ເຈັບ​ຈົນ​ເສຍ​ອົງ​ຄະ​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​​ປະ​ເທດ​ແລະ​ປະ​ຊາ​ຊົນ​ຜູ້ທີ່​ຮັກ​ຫອມ​ສັນ​ຕິ​ພາບ​, ອົງ​ການ​ມິດ​ຕະ​ພາບ​ແລະ​ເພື່ອນ​ມິດ​ສາ​ກົນ​ທັງ​ໝົດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ຈີນ ທັງ​ຕີ​ລາ​ຄາ​ສູງ​ຕໍ່​ມິດ​ຕະ​ພາບ​ຈີນ-ສ​ປ​ປ​ເກົາຫຼີ.
 

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ປະ​ຕິ​ວັດ​​ລຸ້ນ​ອາ​ວຸ​ໂສແລະ​ນັບ​ຮົບ​ຜູ້​ເສຍ​ສະຫຼະ_fororder_zhiysuhfslfe3

 

ຄຳ​ເຫັນ

0