覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ເປັນການ​ຕໍ່​ສູ້​ເພື່ອ​​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ເທດ​ຊາດ

2020-10-23 16:32:26 cri

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ເປັນການ​ຕໍ່​ສູ້​ເພື່ອ​​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ເທດ​ຊາດ_fororder_zhiysuhfslfe4

 

ວັນ​ທີ 23 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ເປັນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ປະ​ຫວັດ​ສາດ​ທີ່​ປະ​ຊາ​ຊາດ​ຈີນ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່. ປະ​ຊາ​ຊົນ​ຈີນ​ໄດ້​ທັບ​ມ້າງ​ກົນ​ອຸ​ບາຍ​ຂອງ​ຜູ້​ຮຸກ​ຮານ​ທີ່​ຢາກ​ດັບ​ສູນ​ປະ​ເທດ​ຈີນ​ໃໝ່, ຜ່ານ​ຈາກ​ການ​ຕໍ່​ສູ້​ຢ່າງ​ກ້າ​ຫານໂດຍ​ສາ​ມາດ​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ປົກ​ປ້ອງ​ຄວາມ​ສະ​ຫງົບ​ປ​ອດ​ໄພຂອງ​ຊາດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ ເຖິງ​ຈິດ​ໃຈ​ອັນເຂັ້ມ​ແຂງ​ປາ​ນ​ເຫຼັກ​ກ້າ​ທີ່​ບໍ່​ຢ້ານ​​ກົວຕໍ່ມະ​ຫາ​ອຳ​ນາດ​ແລະ​ອິດ​ທິ​ກຳ​ລັງ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ນ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ເປັນການ​ຕໍ່​ສູ້​ເພື່ອ​​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ເທດ​ຊາດ_fororder_zhiysuhfslfe5
 

 ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ ເກົາຫຼີ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ອັນ​ເຂັ້ມ​ແຂງ​ຂອງ​ປະ​ຊາ​ຊົນ​ຈີນ, ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ປະ​ເທດ​ຈີນ​ໃໝ່​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່, ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ປະ​ຊາ​ຊົນ​ຈີນ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ ໂລກ  ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ອົງ​ອາດ​ກ້າ​ຫານ​ຂອງ​ກອງ​ທັບ​ປະ​ຊາ​ຊົນ​ທີ່​ກ້າ​ສູ້​ຮົບ​ແລະ​​ຕ້ອງ​ຊະ​ນະ​ແນ່ນອນ.ສົງ​ຄາມ​ຊ່ວຍ​ເຫຼືອ​ສ​ປ​ປ ເກົາຫຼີ​ຕໍ່​ຕ້​ານ​ອາ​ເມ​ຣິ​ກາ​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສັດ​ຈະ​ທຳ​ທີ່ວ່າ ​ບໍ່​ວ່າ​ປະ​ເທດ​ໃດ, ກອງ​ທັບ​ໃດ​ຈະ​ເຂັ້ມ​ແຂງ​ສ່ຳ​ໃດ​ກໍ​ຕາມ, ຖ້າ​ຫາກ​​ອວດໂຕ​​ວ່າໃຫຍ່​ແລະ​ເຂັ້ມ​ແຂງ​ກວ່າ​ໝູ່ແລ້ວ​ຂົ່ມ​ເຫັງ​ຜູ້​ອ່ອນ​ນ້ອຍກວ່າ, ດຳ​ເນີນ​ການ​ຮຸກ​ຮານ​ແລະ​​ແຜ່ຂະ​ຫຍາຍ​​ອຳ​ນາດ ກໍ​ຍ່ອມ​ຈະ​ຖືກປະ​ລາ​ໄຊຢ່າງ​ແນ່ນອນ.

ຄຳ​ເຫັນ

0