ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ຕຸລານີ້, ອາເມຣິກາໄດ້ປະກາດວ່າໄດ້ຈັດເອົາສື່ມວນຊົນຈີນອີກ 6 ແຫ່ງເປັນ “ເຈົ້າໜ້າທີ່ການທູດ”. ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 22 ຕຸລານີ້ວ່າ: ນີ້ເປັນການໃຊ້ຄວາມກົດດັນທາງການເມືອງ ແລະ ເປັນການສ້າງຄວາມເສື່ອມເສຍຊື່ສຽງໃຫ້ສື່ມວນຊົນ ແລະ ນັກຂ່າວຈີນທີ່ປະຈຳອາເມຣິກາຄັ້ງຫຼ້າສຸດ, ຈີນສະແດງການຄັດຄ້ານຢ່າງເດັດດ່ຽວ ແລະ ການກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ບໍ່ສົມເຫດສົມຜົນດັ່ງກ່າວຂອງອາເມຣິກາ.
ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ, ໃນຊຸມປີມໍ່ໆມານີ້, ລັດຖະບານອາເມຣິກາໄດ້ຈຳກັດ ແລະ ສ້າງອຸປະສັກຢ່າງໄຮ້ເຫດຜົນຕໍ່ການເຄື່ອນໄຫວລາຍງານຂ່າວຕາມປົກກະຕິຂອງສຳນັກງານສື່ມວນຊົນ ແລະ ນັກຂ່າວຈີນປະຈຳຢູ່ອາເມຣິກາ, ທັງໄດ້ເພີ່ມການຈຳແນກ ແລະການໃຊ້ຄວາມກົດດັນທາງການເມືອງຕໍ່ສື່ມວນຊົນຈີນຢ່າງຮ້າຍແຮງຂຶ້ນເລື້ອຍໆ. ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງດັດແກ້ການກະທຳທີ່ຜິດພາດຂອງຕົນໃນທັນທີ, ຢຸດຕິການໃຊ້ຄວາມກົດດັນທາງການເມືອງ ແລະ ການຈຳກັດແບບໄຮ້ເຫດຜົນຕໍ່ສື່ມວນຊົນຈີນ.
ທ່ານຈ້າວລີ້ຈ່ຽນກ່າວວ່າ: ການກະທຳທີ່ກ່ຽວຂ້ອງຂອງອາເມຣິກາໄດ້ເລັງໃສ່ໃສ່ສື່ມວນຊົນຈີນເປັນການສະເພາະ, ແມ່ນສ້າງຂຶ້ນຢູ່ບົນພື້ນຖານແນວຄິດກະຫາຍສົງຄາມເຢັນ ແລະ ແນວຄິດອະຄະຕິດ້ານຮູບຖານຈິດສຳນຶກ, ໄດ້ທຳລາຍຊື່ສຽງ ແລະ ພາບພົດຂອງສື່ມວນຊົນຈີນຢ່າງໜັກໜ່ວງ,ເຊິ່ງໄດ້ກະທົບເຖິງການເຮັດວຽກຢ່າງເປັນປົກກະຕິຂອງສື່ມວນຊົນຈີນຢູ່ອາເມຣິກາ, ກະທົບເຖິງການແລກປ່ຽນດ້ານວັດທະນະທຳຕາມປົກກະຕິລະຫວ່າງຈີນ ແລະ ອາເມຣິກາຢ່າງຮ້າຍແຮງ, ສິ່ງນີ້ໄດ້ເປີດເຜີຍທາດແທ້ຈອມປອມຂອງອາເມຣິກາທີ່ມັກອວດອ້າງມາຕະຫຼອດວ່າ “ເສລີພາບໃນການລາຍງານຂ່າວ”, ສຳລັບເລື່ອງນີ້, ຈີນຈະຕອບໂຕ້ຄືນຢ່າງເໝາະສົມ ແລະ ຕາມຄວາມຈຳເປັນ.
ຄຳເຫັນ
0