莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງົບ​ປະ​ມານ​ຂ່າວ​ລັບ​ຂອງ​ທຳ​ນຽບ 5 ແຈ​ເປັນ​ຕົວ​ເລກ​ສູງ​ສຸດ​ໃນ​ຮອບ 9 ປີ​ຜ່ານ​ມາ

2020-10-23 14:23:00 CRI

ຕາມ​ຂໍ້​ມູນ​ຫຼ້າ​ສຸດ​ທີ່​ໜັງ​ສື​ພິມ “ຂ່າວ​ສານ​ປ້ອງ​ກັນ​ປະ​ເທດ”ຫຼື​ດີ​ເຟນ​ສ໊ ນິວ ອາ​ເມ​ຣິ​ກາໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 21 ຕຸ​ລານີ້​ວ່າ​ງົບ​ປະ​ມານ​ຂ່າວ​ລັບ​ຂອງ​ທຳ​ນຽບ 5 ແຈ​ໃນ​ສົກ​ປີ 2020 ​ທີ່ໄດ້​ຮັບ​ຈາກລັດ​ຖະ​ສະ​ພາມີ​ເຖິງ 23,1 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 9 ປີ​ຜ່ານ​ມາ. ງົບ​ປະ​ມານດັ່ງ​ກ່າວ​ຂອງ​​ທຳ​ນຽບ 5 ແຈ​ ຫຼາຍກວ່າ​ຍອດ​ປະ​ລິ​ມານ​ການ​ທະ​ຫານ​ຂອງ​ຕວກ​ກີ​ທີ່​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ທະ​ຫານລະ​ດັບ​ປານ​ກາງ​ຄື​ປະ​ມານ 20,6 ຕື້ໂດ​ລາ​ສະ​ຫະ​ລັດ​.

ຂ່າວ​ໄດ້​ລາຍ​ງານ​ຕື່ມ​ວ່າ: ຕາມ​ປົກ​ກະ​ຕິ​ແລ້ວ, ອາ​ເມ​ຣິ​ກາ​ຕ້ອງ​​ລໍ​ຖ້າ​​ຈົນ​ສິ້ນ​ສຸດ​ສົກ​ປີ​ການ​ເງິນ​ແລ້ວ​ຈຶ່ງ​ປະ​ກາດ​ຕົວ​ເລກ​ລະ​ອຽດກ່ຽວ​ກັບ​ການ​ເບີກ​ງົບ​ປະ​ມານ​ດັ່ງ​ກ່າວ. ​ທີ່​ຈິງ​ແລ້ວ, ​ງົບ​ປະ​ມານ​ສົກ​ປີ​ການ​ເງິນ​ປີ 2020 ຂອງທຳ​ນຽບ 5 ແຈບໍ່​ຮອດ 23 ຕື້​ໂດ​ລາ​ສະ​ຫະ​ລັດ, ແຕ່​ຕົວ​ເລກ​ທີ່​ປະ​ກາດ​ໃໝ່​ໄດ້​ຊີ້ໃຫ້​ເຫັນ​ວ່າ ​ລັດ​ຖະ​ສະ​ພາເອງ​ໄດ້​ເພີ່ມ​ງົບ​ປະ​ມານ​ໃຫ້​ທຳ​ນຽບ 5 ແຈ​ຢ່າງ​ເປັນ​ເຈົ້າ​ການ.

ຄຳ​ເຫັນ

0