ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ຕຸລານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ, ຫວ່າງມໍ່ໆມານີ້, ໄພນ້ຳຖ້ວມຢູ່ກຳປູເຈຍໄດ້ເຮັດໃຫ້ເສຍຊີວິດແລ້ວ 34 ຄົນ. ວັນທີ 19 ຕຸລານີ້, ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດກຳປູເຈຍກ່າວວ່າ: ຝົນຕົກໜັກໃນລະດູຝົນແລະໄພນ້ຳຖ້ວມຍ້ອນພາຍຸເຂດຮ້ອນ ໄດ້ສ້າງຜົນກະທົບຕໍ່ 19 ແຂວງແລະກຳແພງນະຄອນຂອງກຳປູເຈຍ, ມີປະຊາຊົນຫຼາຍກວ່າ 310.000 ຄົນປະສົບໄພ, ມີຕຶກເຮືອນຫຼາຍກວ່າ 73.000 ຫຼັງແລະເນື້ອທີ່ນາສວນ 290.000 ເຮັກຕາຖືກນ້ຳຖ້ວມ, ລັດຖະບານໄດ້ສົ່ງທະຫານໄປຊ່ວຍກູ້ໄພຕ້ານໄພນ້ຳຖ້ວມ, ແລະຍົກຍ້າຍປະຊາຊົນໄປຢູ່ສະຖານທີ່ປອດໄພ ມີທັງໝົດ 37.000 ກວ່າຄົນ.
ຄຳເຫັນ
0