李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ບົດ​ລາຍ​ງານ​ກ່ຽວ​ກັບການ​ສຳ​ຫຼວດ​ສະ​ພາບ​ການ​ປະ​ກອບ​ອາ​ຊີບຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ເຂດ​ຊິ່ນ​ຈ່ຽງ” ​ມີ​ຂໍ້​ມູນ, ​ຕົວ​ເລກສະ​ຖິ​ຕິ​ແລະ​​ສະ​ພາບຄວາມ​ເປັນ​ຈິງ​ທີ່​ແທ້​ຈິງ​ແລະ​​ໜ້າເຊື່ອ

2020-10-24 16:28:57 cri

​ຫວ່າງ​ມໍ່ໆ​ນີ້, ສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ເຂດ​ຊິ່ນ​ຈ່ຽງ​ ໄດ້ໄປ​ສຳ​ຫຼວດຢູ່​ທ້ອງ​ຖິ່ນຕ່າງໆ​ຢ່າງ​ເລິກ​ເຊິ່ງ, ແລະ​ໄດ້​ແຕ່ງ “ບົດ​ລາຍ​ງານກ່ຽວ​ກັບ​ການ​ສຳ​ຫຼວດ​ສະ​ພາບ​ການ​ປະ​ກອບ​ອາ​ຊີບຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ເຂດ​ຊິ່ນ​ຈ່ຽງ”, ໂດຍ​ເຫັນ​ວ່າ, ການ​ປະ​ກອບ​ອາ​ຊີບ​ຂອງປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຢູ່​ເຂດ​ຊິ່ນ​ຈ່ຽງ​ ​ແມ່ນ​ເປັນ​ເຈົ້າ​ຕົນ​ເອງ, ​ມີຄວາມ​ສະ​ໝັກ​ໃຈ​ແລະ​ມີ​ອິດ​ສະ​ຫຼະ​ພາບ. ຕໍ່​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 23 ຕຸ​ລາ​ນີ້​ວ່າ, ເນື້ອ​ໃນ​ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ຄວາມ​ເປັນຈິງ​ກ່ຽວ​ກັບ​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ເຂດ​ຊິ່ນ​ຈ່ຽງ, ​ມີ​ຂໍ້​ມູນ, ​ຕົວ​ເລກສະ​ຖິ​ຕິ​ແລະ​ສະ​ພາບ​ຄວາມ​ເປັນ​ຈິງ​ທີ່​ແທ້​ຈິງ​ແລະ​ໜ້າ​ເຊື່ອ.

​ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນວ່າ, ​ບົດ​ລາຍ​ງານ​ດັ່ງ​ກ່າວກົງ​ກັນ​ຂ້າມ​ກັບ​ບົດ​ລາຍ​ງານ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງຂອງ​ຄັງ​ປັນ​ຍາ​ແລະ​ນັກ​​ວິ​ຊາ​ການ​ທີ່​ຄັດ​ຄ້ານ​ຈີນ​ຈຳ​ນວນ​ໜຶ່ງ ທີ່​ເສກ​ສັນ​ປັ້ນ​ແຕ່ງເນື້ອ​ໃນ​ດ້ວຍ​ຂໍ້​ມູນ​ປອມ​ແລະ​​ເຈດ​ຈະ​ນາ​ທີ່​ບໍ່​ດີ, ເປັນ​ການ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ​ຕໍ່​ຄຳ​ຂີ້​ຕົວະ​ທີ່​ວ່າ ການ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ອອກ​ແຮງ​ງານ​ຢູ່​ເຂດ​ຊິ່ນ​ຈ່ຽງ. ​ພວກ​ເຮົາ​ມີ​ຄວາມ​ຫວັງ ແລະ​ກໍ່​ເຊື່ອ​ວ່າ, ໃນ​ປະ​ຊາ​ຄົມ​ໂລກ​ຈະ​ມີ​ບຸກ​ຄົນ​ຜູ້​ມີ​ຄວາມ​ຮູ້​ສູງ​ນັບ​ມື້​ນັບ​ຫຼາຍກວ່າ​ເກົ່າ ທີ່ເລືອກ​ຢືນ​ຢູ່​​ຄຽງຂ້າງ​ສະ​ພາບ​ຄວາມ​ເປັນ​ຈິງ​ຢ່າງ​ເດັດ​ດ່ຽວ ແລະປະ​ຕິ​ເສດ​​ຄຳ​ຂີ້​ຕົວະຢ່າງ​ເດັດ​ດ່ຽວ.

ຄຳ​ເຫັນ

0