郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວຕອບ​ໂຕ້ຖ້ອຍ​ຄວາມ​ຂອງ​ທ່ານ​ພົມ​ເພວວ່າ: ​ຄວາມ​ເປັນ​ທຳ​ແມ່ນ​ຢູ່​ໃນ​ໃຈ​ຄົນ​ຕະ​ຫຼອດ

2020-10-24 17:28:10 cri

   ໂດຍ​ແນ​ໃສ່​ເລື່ອງທີ່​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ ​ຄື ທ່ານ​ໄມ​ກ ​​ພົມ​ເພວ ລັດ​ຖະມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປັນ​ຕົ້ນ​ກ່າວ​ຖ້ອຍ​ຄວາມ​ທີ່​ໂຈມ​ຕີ​ພັກ​ກອມ​ມູ​ນິດ​ຈີນ​ຫຼາ​ຍຄັ້ງ​ໃນຫວ່າງ​ມໍ່​ໆ​ນີ້, ​ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ໃນວັນ​ທີ23​ຕຸ​ລານີ້​ວ່າ, ຄວາມ​ເປັນ​ຜີ​ບ້າ​ຂອງ​ບຸກ​ຄົນ​ການ​ເມືອງ​ເຫຼົ່າ​ນີ້ ມີ​ແຕ່ບົດ​ບາດ​ຢ່າງ​ດຽວ​ຄື:​ກະ​ຕຸ້ນ​ປະ​ຊາ​ຊົນ​ຈີນ​ໃຫ້​​ສະ​ໜັບ​ສະ​ໜູນພັກ​ກອມ​ມູ​ນິດແລະ​ລັດ​ຖະ​ບານ​ຈີນຫຼາຍກວ່າ​ເກົ່າ​.

   ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ,ຫວ່າງ​ກ່ອນນີ້​ບໍ່​ດົນ ເນື່ອງ​ໃນ​ໂອ​ກາດ​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ99ປີ,ພັກ​ການ​ເມືອງ​ຂອງ100ກວ່າ​ປະ​ເທດ​ໄດ້​​ສົ່ງ​ສານອວຍ​ພອນ​ໃຫ້​ປະ​ເທດ​ຈີນ.

   “​ພວກ​ເພິ່ນ​ໄດ້​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ​ແລະ​ຕັ້ງ​ໜ້າ​ຕໍ່​ພັກ​ກອມ​ມູ​ນິດ​ຈີນ ໂດຍ​ເຫັນ​ວ່າ, ນັບແຕ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ,ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ​ແລະ​ຄວາມ​ເສຍ​ສະ​ຫຼະ​ອັນ​ໃຫຍ່​ຫຼວງ​ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊົນ​ຊາດ,ການ​ປົດ​ປ່ອຍຂອງ​ປະ​​ຊາ​ຊົນ, ​ຄວາມ​ຮັ່ງ​ມີ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ​ແລະ​ຄວາມ​ສຸກ​ສຳ​ລານ​ຂອງ​ປະ​ຊາ​ຊົນ. ບຸກ​ຄົນ​ຕ່າງ​ປະ​ເທດ​ຫຼາຍໆ​ທ່ານ​ເຫັນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,ຈີໄດ້​ຊູ​ຄັນທຸງ​​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ ແລະ​ການຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນປະ​ໂຫຍດ,ເຄົາ​ລົບ​ຈຸດ​ປະ​ສົ​ຂອງ​ນະ​ໂຍ​ບາຍ​​ການ​ຕ່າງ​ປະ​ເທດ​ຄື​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ແລະ​ຊຸກ​ຍູ້​ໃຫ້​ພັດ​ທະ​ນາ​ພ້ອມ​ກັນ, ​ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວ​ມ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ,​ແລະ​ໄດ້ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ໂລກ. ​ບຸກ​ຄົນ​ການ​ເມືອງ​ສ່ວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ຄວນ​ຟັງ​ສຽງ​ພາ​ວະ​ວິ​ໄສ​ຂອງ​ປະ​ຊາ​ຄົມ​ໂລກ​ຢ່າງ​ກ້າ​ຫານ​ແລະ​ຕັ້ງ​ໃຈ,ປະ​ຕິ​ບັດ​ແບບ​ພາ​ວະ​ວິ​ໄສ​ຕໍ່ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂລກ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.”

ຄຳ​ເຫັນ

0