郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ຈີນ-ອົ​ສ​ຕຼາ​ລີ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງນັ້ນ ສອດ​ຄ່ອງ​ກັບ​ຜົນ​ປ​ະ​ໂຫຍດ​ກົກ​ຮາກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ

2020-10-24 17:27:02 cri

   ​ ວັນ​ທີ23ຕຸ​ລານີ້​, ທ່ານ​ຈ້າວ​ລີ້​ຈ່ຽນ,ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ,ຈີນ​​ມີ​ຄວາມເຫັນ​ຢູ່​ສະ​ເໝີ​ວ່າ, ການ​ພົວ​ພັນ​ຈີນ-ອົ​ສ​ຕຼາ​ລີ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງນັ້ນ ແມ່ນສອດ​ຄ່ອງ​ກັບ​ຜົນ​ປ​ະ​ໂຫຍດ​ກົກ​ຮາກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

   ຂ່າວ​ແຈ້ງວ່າ,ສະ​ມາ​ຄົມ​ກຳ​ມະ​ການ​ບໍ​ລິ​ສັດ​ອົ​ສ​ຕຼາ​ລີ​ໄດ້ປະ​ກາດ​ຜົນ​ການ​ສຳ​ຫຼວດ​ໃນ​ວັນ​ທີ22ຕຸ​ລານີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ໃນ6ເດືອນ​ຜ່ານ​ມານີ້ ​ມາດ​ຕາ​ສ່ວນຜູ້​​ໃຫ້​ສຳ​ພາດ​ທີ່​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອົ​ສ​ຕຼາ​ລີ​ປັບ​ປຸງ​ການ​ພົວ​ພັນ​ກັບ​ຈີນ​ໃຫ້​ດີ​ຂຶ້ນ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ. ໃນ​ກຳ​ມະການ​ຂອງ​ບໍ​ລິ​ສັດ​ອົ​ສ​ຕຼາ​ລີ1700ກວ່າ​ທ່ານ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດນັ້ນ,ມີ1ສ່ວນ4ເຫັນ​ວ່າ,ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ອາ​ຊີ ໂດຍ​ສະ​ເພາະ​ແມ່ນ​ຈີນ ຄວນ​ກາຍ​ເປັນ​ໜຶ່ງ​ໃນ​ວຽກ​ງານ​ສຳ​ຄັນຂອງ​ລັດ​ຖະ​ບານ​ອົ​ສ​ຕຼາ​ລີ.

   ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: “ຫວ່າ​ງ​ມໍ່ໆ​ມານີ້,ຢູ່​ອົ​ສ​ຕຼາ​ລີ ບຸກ​ຄົນຜູ້​ມີ​ຄວາມ​ຮູ້​ສູງ​ພາຍ​ໃນ​ປະ​ເທດ​ອົ​ສ​ຕຼາ​ລີ​ນັບ​ມື້​ນັບ​ຫຼາຍ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ,​ໂດຍຮຽກ​ຮ້ອງ​ລັດ​ຖະ​ບານ​ອົ​ສ​ຕຼາ​ລີ​ໃຫ້​ສັບ​ຊ້ອນ​ນະ​ໂຍ​ບາຍ​ຕໍ່​ຈີນ​ແລະ​ປັບ​ປຸງ​ການ​ພົວ​ພັນ​ຈີນ-ອົ​ສ​ຕຼາ​ລີ​ໃຫ້​ດີ​ຂຶ້ນ, ສຽງ​ທີ່​ພາ​ວະ​ວິ​ໄສ​ແລະ​ມີ​ສະ​ຕິ​ເຫຼົ່າ​ນີ້​ຄວນ​​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ແລະ​ການ​ພິ​ຈາ​ລະ​ນາ​ຄືນ​ໃໝ່​​ຈາກລັດ​ຖະ​ບານ​ອົ​ສ​ຕຼາ​ລີ. ຄວາມ​ຈິງ​ກໍ​ໄດ້​ຢັ້ງ​ຢືນ​ຫຼາຍ​ເທື່ອ​ແລ້ວ​ວ່າ,ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ດີແມ່ນ​ພື້ນ​ຖານ​ແລະ​ຫຼັກ​ປະ​ກັນ​ໃຫ້​ແກ່ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ຫວັງ​ໃຫ້​ຝ່າຍ​ອົ​ສ​ຕຼາ​ລີ​​ຈະ​ເດີນ​ທາງຕາມ​ທິດທາງ​ດຽວ​ກັນ​ກັບ​ຈີນ,​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ເຊິ່ງ​ກັນແລະ​ກັນລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຫຼາຍ,ເພື່ອຊຸກ​ຍູ້​ການ​ພົວ​ພັນ​ຈີ​ນ-ອົ​ສ​ຕຼາ​ລີ​ໃຫ້​​ກັບ​ຄືນ​ສູ່ວົງ​ໂຄ​ຈອນ​ທີ່​ປົກ​ກະ​ຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ຄຳ​ເຫັນ

0