莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພີ່ນຮ້ອງ​ເພັງ​ໄປ​ສູ່​ສະ​ໜາມ​ຮົບ​ເກົາຫຼີ ຕອນອາຍຸ 28 ປີ

2020-10-24 15:24:59 cri

ເພີ່ນຮ້ອງ​ເພັງ​ໄປ​ສູ່​ສະ​ໜາມ​ຮົບ​ເກົາຫຼີ ຕອນອາຍຸ 28 ປີ_fororder_微信图片_20201024144708

ພໍ່ເຖົ້າ​ຊີ​ຈ້ຽນ​ກົວ ເກີດ​ຢູ່​ເມືອງ​ຮວງ​ກາງ​ແຂວງ​ຫູ​ເປີຍ​ໃນ​ປີ 1924, ເມື່ອອາ​ຍຸໄດ້ 28 ປີ ກໍ​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ເກົາຫຼີ. ໃນ​ໄລ​ຍະ​ຊ່ວຍ​ເຫຼືອ​ສ​ປ​ປ​ເກົາ​ຫລີ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ຣິ​ການັ້ນ, ໄດ້​ຜ່ານ​ຜ່າບັ້ນ​ຮົບຫຼາຍ​ຄັ້ງ. ຫຼັງ​ຈາກ​ອາ​ເມ​ຣິ​ກາ​ປະ​ລາ​ໄຊ​ແລ້ວ, ກໍ​ໄດ້ຊ່ວຍ​ສ້າງ​ບ້ານແປງ​ເມືອງ​ຢູ່​ສ​ປ​ປ​ເກົາ​ຫລີ.

ປີ 1958, ຕອນທີ່ເພີ່ນ​ຫາກໍ່​ກັບຄືນ​ມາ​ປະ​ເທດຊາດໄດ້ 1 ປີ, ເພິ່ນກໍ​ໄດ້​ພາ​ເມຍ​ທີ່​​ຫາກໍ່ແຕ່ງ​ງານ​ໃໝ່​ໄປພັດທະນາ​​ຢູ່​ເຂດ​ຊາຍ​ແດນ ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ, ຊ່ວຍ​ບຸກ​ເບີກ​ພັດ​ທະ​ນາ​ເຂດຕາ​ລິມ​ຢູ່​ແຄມ​ທະ​ເລ​ຊາຍ​​ຕາກ​ລີມາ​ກັນ.

    ຕາ​ເວັນ​ຕົກ​ດິນ​ສີ້ນແສງລັບຂອບຟ້າ, ສະ​ຫາຍ​ຍັງຂ້ຽວເຮັດວຽກຢູ່​ຕີນ​ພູ​. ​​ເປ້ສະ​ບຽງ​ຄົນ​ລະ​ສອງ​ຖົງ​ສົ່ງ​ໄປ​​ແນວ​ໜ້າເພື່ອ​​ສູ້​ຮົບ. ພູ​ສູງ​ຊັນເສັ້ນ​ທາງກໍ​ມືນ, ຫິ​ມະ​ປິວ​ພັດໄປ​ຕາມ​​ສາຍລົມ, ແຕ່​ເຖິງ​ຈະ​ແມ່ນ​ພູ​ສູງ​ສຽດ​​ຟ້າ ແລະ ຂໍ້ຈຳກັດທາງທຳມະຊາດ, ກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຜູ້​ອົງ​ອາດ​ກ້າ​ຫານ​ໄດ້….

ເດືອນ​ພະຈິກ​ປີ 1952, ທ້າວ​ຊີ​ຈ້ຽນ​ກົວ​ ຫາ​ກໍ່​ເກັບ​ກ່ຽວ​ເຂົ້າ​ນາ​ນ້ຳເໝືອງ​ຢູ່​ບ້ານ​ເກີດ​ທີ່ຮວງ​ກາງ​ແຂວງ​ຫູ​ເປີຍສຳເລັດ, ຈາກນັ້ນກໍ​ໄດ້ສະ​ໝັກ​ເປັນ​ທະ​ຫານ, ເພີ່ນ​ມີ​ນິດໄສໃຈຄໍກວ້າງຂວາງ ​ມັກ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ໃນ​ປີນັ້ນ ອາ​ຍຸ​ຫາ​ກໍໄດ້ 28 ປີ ກໍ​ໄດ້​ຮ້ອງ​ເພງ​ເດີນ​ທາງ​ໄປ​ສູ່​ສະ​ໜາມ​ຮົບ​ເກົາຫຼີ, ແລະ ໄດ້​ຖືກ​ຈັດ​ເຂົ້າ​ໃນ​ກອງ​ພັນທະຫານເສືອ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ ​ທັງ​ມີ​ມູນ​ເຊື້ອ​ທີ່​ດີ​ເດັ່ນ​ໃນກອງ​ທັບ​ແດງ​ຈີນ.

ເພີ່ນຮ້ອງ​ເພັງ​ໄປ​ສູ່​ສະ​ໜາມ​ຮົບ​ເກົາຫຼີ ຕອນອາຍຸ 28 ປີ_fororder_微信图片_20201024144700

ພໍ່ເຖົ້າຊີ​ຈ້ຽນ​ກົວ​​ຫວນ​ຄືນ​ວ່າ: ​ໃນ​ເວ​ລາ​ເຄື່ອນ​ທັບ​ໄປ​ສູ່​ສະ​ໜາມ​ຮົບ​ເກົາຫຼີ, ​ພວກ​ທະ​ຫານ​ນັ່ງ​ແຫຍ້ກັນຢູ່​ໃນ​ຕູ້​ລົດ​ໄຟປານປາ​​ກະ​ປ໋ອງ, ​​​ທາງ​ໃນຕູ້ລົດໄຟ​ປູ​ດ້ວຍ​ ​ເຟືອງແລະຫຍ້າ​, ເບິ່ງ​ຄື​ວ່າ​ແມ່ນລົດ​ໄຟ​​​ບັນ​ທຸກ​ສັດ, ແຕ່​ທີ່​ຈິງ​ແລ້ວ​ຢູ່​ທາງ​ໃນ​ແມ່ນ​ຄົນ​ທັງໝົດ. ການ​ປູ​ຫຍ້າ​ແລະ​ເຟືອງ​ແມ່ນ​ເພື່ອ​ອຳພາງຕົວ.

ລົດ​ໄຟ​ແລ່ນ​ໄປ​ສູ່​ທິດ​ເໜືອ​ຕະ​ຫຼອດ, ທັງ​ເວັນ​ທັງ​ຄືນ. ​ພໍ່​ເຖົ້າຊີ​ຈ້ຽນ​ກົວ​ຍັງ​ຈື່​ໄດ້​ວ່າ, ການ​ກິນ​ດື່ມ​ຫລັບນອນ ແມ່ນແຕ່ປັດສະວະ ອຸຈະລະຂອງ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຢູ່​ໃນ​ຕູ້ລົດໄຟ​ດັ່ງ​ກ່າວ. ແຕ່​ວ່າ, ​ເຖິງ​ຈະ​ມີແຜນການ​ເດີນ​ທາງທີ່ປິດລັບ​ທີ່​ສຸດ​ແລ້ວກໍ​ຕາມ, ພໍແຕ່ເຂົ້າ​ສູ່​ແດນ​ເກົາຫຼີ, ພວກ​ເຂົາ​ເຈົ້າ​ກໍ​ຖືກຫຼອນ​ໂຈມ​ຕີ.

​ພໍ່​ເຖົ້າ​ຊີ​ຈ້ຽນ​ກົວ​ຫວນ​ຄືນ​ວ່າ: ສອງ​ເປື້ອງ​ຂອງ​ລົດ​ໄຟ​ລ້ວນ​ແຕ່​ຖືກສັດຕູ​ຍິງ​ປືນ​ໃສ່, ຕຸ່ມໆປັ່ງປັ່ງ, ຜູ້​ຂັບ​ລົດ​ໄຟ​ໄດ້​ຍິນ​ສຽງ​ປືນ ກໍ​ມອດ​ໄຟ​ຕາ​ລົດ​, ແລະ​ຂັບ​ລົດ​ກັບ​ຄືນ​ປະ​ເທດ. ພວກ​ເຮົາ​ມີ​ແຕ່​ພາກັນໂດດ​ລົງ​ສູ່​ຮ່ອມ​ພູ​ນ້ອຍແຫ່ງໜຶ່ງ, ​ໃນເວລາອັດຕະຄັດບໍ່ມີໃຜເຫັນໃຜ,ຈົນເຖິງຂັ້ນທີ່ວ່າ ຫົວ​ໜ້າ​​ໝວດ​ຊອກ​ບໍ່​ເຫັນ​ຫົວ​ໜ້າ​ໝູ່, ຫົວ​ໜ້າ​​ໝູ່​ກໍ​ຊອກບໍ່​ເຫັນ​ຜູ້​ຊ່ວຍ​ວຽກ. ໃຊ້​ເວ​ລາ​ດົນ​ເຕີບ ຈຶ່ງສາມາດ​ເຕົ້າ​ໂຮມ​ກຳລັງໄດ້.

ແຫຼມ​ເກົາຫຼີ​ໃນ​ເດືອນ​ພະ​ຈິກ, ອຸນ​ຫະ​ພຸມ​ລົບ 20 ກວ່າ​ອົງ​ສາ, ພາຍຫຼັງ​ເຕົ້າ​ໂຮມ​ກຳລັງໄດ້​ແລ້ວ, ກໍ​ເລີ່ມ​ຂ້ຽວ​ຍ່າງ​ໄປ​ຕາມ​ຫິ​ມະ​ທີ່​ສູງ​ເຖິງ​ຫົວ​ເຄົ່າ. ຊີ​ຈ້ຽນ​ກົວ​​ແລະ​ນັກ​ຮົບ​ທັງຫຼາຍ​ ແຕ່​ລະ​ຄົນ​ກໍໄດ້​ເປ້​ອາວຸດ​ຍຸດ​ໂທ​ປະ​ກອນ 20 ກວ່າ​ກິ​ໂລ, ຂ້າມ​ພູ​ໜ່ວຍນີ້ໜ່ວຍໜ້າເພື່ອໄປໃຫ້ເຖິງ​ແນວ​ໜ້າ​ທີ່​ຢູ່​ຫ່າງ​ໄກ​ກັນ​ພັນ​ລີ້. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເສຍລັບ ແລະ ບໍ່ໃຫ້ເຮືອບິນ​ສັດ​ຕູ​ຖີ້ມ​ລະ​ເບີດໃສ່, ພວກ​ເຂົາ​ເຈົ້າ​ໄດ້​ເຄື່ອນ​ທັບ​ໃນຕອນ​ກາງ​ຄືນ, ສ່ວນຫຼາຍ​ແມ່ນ​ອອກ​ເດີນ​ທາງ​ປະ​ມານ 5-6 ໂມງ​ແລງ, ຕອນ​ເດິກດື່ນ​ປະ​ມານ 1-2 ໂມງ​ຈຶ່ງ​ໄດ້ພັກ​ຜ່ອນ.

ພໍ່ເຖົ້າຊີ​ຈ້ຽນ​ກົວ​ຫວນ​ຄືນ​ວ່າ: ທະ​ຫານ​ອາ​ເມ​ຣິ​ກາ​ບ້າເລືອດຫຼາຍ. ຝູງເຮືອບິນຂອງເຂົາບິນມາຍາມໃດ​ກໍ​ມີຫຼາຍ​ສິບ​ລຳ, ແລະ​ຖີ້ມ​ລະ​ເບີດ​ຢ່າງ​ປ່ວງ​ບ້າ. ຫົວ​ໜ້າ​ໝູ່​ແລະ​ຫົວ​ໜ້າ​ໝວດ​ເວົ້າ​ກັບ​ພວກ​ເຮົາ​ວ່າ: ເຫັນ​ເຂົາ​ຖີ້ມ​ລະ​ເບີດ​, ຖ້າ​ມີ​ສຽງ​ດັງອູ່​ອູ່​ອູ່​ກໍ​ບໍ່​ເປັນ​ຫຍັງ; ແຕ່ວ່າຖ້າ​ເປັນ​ສຽງ​ອູ່​ຊື່​ອູ​ຊື່, ກໍ​ຕ້ອງ​ຂ້ຽວ​ໝູບ​ລົງ.

ເມື່ອ​ເດີນ​ທາງ​ໄດ້ປະ​ມານ​ເຄິ່ງ​ເດືອນ​ແລ້ວ, ສຽງ​ປືນກໍນັບ​ມື້​ນັບ​ດັງ​ສະໜັ່ນ, ແລະ​ນັບ​ມື້​ກໍນັບ​ທີ່ໆ​ເຂົ້າ. ພວກທະຫານ​ທີ່​ມາ​ນຳ​ກັນ​ເວົ້າ​ວ່າ, ໃກ້​ຊິ​ຮອດ​ແນວ​ໜ້າ​ແລ້ວ. ຫຼັງ​ຈາກນັ້ນ, ຊີ​ຈ້ຽນ​ກົວ​ກໍ​ໄປ​ຕາມການຊັບຊ້ອນຂອງກອງ​ທັບ​ຂຶ້ນ​ສູ່​ໂນນ395,8 ທີ່​ຢູ່​ຟາກ​ຕາ​ເວັນ​ຕົກ​ຂອງ​ໂນນ​ຊ້າງ​ກ່ານ​ຫຼິງ, ຫ່າງ​ຈາກ​ໂນນ 394,8 ຂອງ​ສັດ​ຕູ​​ພຽງ​ແຕ່ 1 ພັນ​ກວ່າ​ແມັດເທົ່າ​ນັ້ນ.

​ພໍ່​ເຖົ້າຊີ່​ຈ້ຽນ​ກົວ​ເວົ້າ​ວ່າ: ຢູ່​ທາງ​ກາງຂອງສະໜາມຮົບກໍມີເດີ່ນແປນ ປະ​ມານ 1000 ກວ່າ​ແມັດ, ພວກ​ເຮົາ​ກໍ່​ສູ້​ຮົບ​ເພື່ອ​ປ້ອງ​ກັນໂນນຍຸດທະສາດ. ​ແຕ່​ລະ​ມື້​ຂຸດ​​ຂຸມຄອງ, ຕອນ​ຄ່ຳ​ກໍ​ສ້ອມແປງ​ບ່ອນ​ກຳບັງ, ຂຸດ​ຈົນ​​​ຊວ້ານ​ອອກໄຟມາບໆ.

 

ໃນ​ລະ​ດູ​ຮ້ອນ​ປີ 1953, ບັ້ນ​ຮົບ​ຕໍ່​ຕ້ານ​ຄືນ​ໄດ້​ເລີ່ມ​ຕົ້ນຂື້ນ​ແລ້ວ. ​ພໍ່​ເຖົ້າຊີ​ຈ້ຽນ​ກົວ​ຍັງ​ຈື່​ໄດ້​ວ່າ, ໃນ​ມື້ນັ້ນ, ພາຍ​ໃຕ້​ການສະໜັບສະໜູນ​ຂອງ​ເຮືອ​ບິນ​ແລະ​ປືນ​ໃຫຍ່, ກອງ​ພັນ​ນ້ອຍ​ກອງ​ໜຶ່ງຂອງກອງ​ພົນ​ໃຫຍ່ທີ່ 5 ​ຂອງ​ທະ​ຫານ​ອາ​ເມ​ຣິ​ກາ​ໄດ້​ບຸກ​ໂຈມ​ຕີ​ຢ່າງ​ດຸເດືອດ​.

​ພໍ່​ເຖົ້າຊີ​ຈ້ຽນ​ກົວ​ເວົ້າ​ວ່າ: ໄດ້​ສູ້ຮົບ 5 ຄັ້ງ​ລຽນ​ຕິດ ຈຶ່ງສາມາດ​ຕີ​ໃຫ້ພວກ​ເຂົາ​ຖອຍກັບໄປໄດ້. ກອງ​ຮ້ອຍ​ຂອງພວກເຮົາ​ ໃນ​ສຸດ​ທ້າຍ​ເຫຼືອ​ແຕ່​ຈຳ​ນວນ​ພົນບໍ່​ຮອດ​ໝວດ​ໜຶ່ງ. ໃນການຕີສັດຕູ 5 ຄັ້ງຫັ້ນ​ນ໋າ!

ຕໍ່​ໜ້າສະພາບການທີ່ສັດຕູ​​ຖີ້ມ​ລະ​ເບີດໃສ່ ​ແລະ​ ​ຍິງ​ປືນໃຫຍ່​ຢ່າງ​ດຸເດືອດ, ຊີ​ຈ້ຽນ​ກົວ​ແລະ​ນັກ​ຮົບຄົນອື່ນໆ​ໄດ້​ຍຶດ​ໝັ້ນ​ເຝົ້າຮັກສາແນວຮົບຢູ່ຂຸມຄອງ​ທີ່​ປຽກ​ຊຸ່ມ, ປ້ອງ​ກັນ​ຢ່າງ​ອົງອາດ​ແລະ​ ຕ້ານ​ຄືນ​ຢ່າງ​ຄ່ອງ​ແຄ້ວ.

ສັດ​ຕູ​ບຸກ​ຂຶ້ນ​ມາ​ເລື້ອຍໆ, ແຕ່​ກໍ​ຖືກ​ຕີ​ໃຫ້​ຖອຍ​ກັບທຸກເທື່ອ, ​ທະ​ຫານ​ທັງຫຼາຍ​ເອົາ​ປືນ​ຕິດ​ໂຕ​ຕະຫຼອດ, ນອນ​ພັກ​ຜ່ອນ​ຢ່າງບໍ່​ແກ້​ເສື້ອ 100 ກວ່າມື້. ລະ​ດູ​ໜາວ​ຜ່ານ​ໄປ, ລະ​ດູ​ໃບ​ໄມ້​ປົ່ງໝູນວຽນ​ມາ​ເຖິງ, ແຕ່​ການ​ສົ່ງສະບຽງອາຫານ​ນັບ​ມື້​ນັບ​ຍາກ​ຂຶ້ນ, ແມ່ນແຕ່ນ້ຳດື່ມກໍຊອກຫາຍາກ. ຂຸມ​ປືນ​ໃຫຍ່​ຢູ່​ຕີນ​ພູ​ມີ​ນ້ຳ​ຫິ​ມະ​ແລະ​ນ້ຳ​ຝົນ​ເປື້ອນຄ້າງຢູ່, ເມື່ອ​ເອົາຫີນສົ້ມຖີ້ມໃສ່ແລະ  ​ກັ່ນ​ຕອງ​ແລ້ວ, ກໍ​ເປັນ​ແຫຼ່ງ​ນ້ຳ​ພຽງ​ແຫລ່ງດຽວທີ່ຫາໄດ້ໃນເວລານັ້ນ.

​ພໍ່​ເຖົ້າຊີ​ຈ້ຽນ​ກົວ​ກ່າວ​ວ່າ: ການ​ຕັກ​ນ້ຳ​ກໍ​ຍາກຫຼາຍ, ຕັກ​ໄດ້​ແຕ່​ຈອກ​ດຽວ​ເທົ່າ​ນັ້ນ, ບໍ່​ສາ​ມາດ​ລ້າງ​ໜ້າ​ລ້າງ​ຕາ​ແລະ​ຖູ​ແຂ້ວ​ໄດ້. ນ້ຳ​ແມ່ນ​ຢູ່​ໃນ​ຂຸມ​​ລະເບີດ, ທັງ​ເປັນ​ສີ​ແດງໆ.

ຄຳ​ເຫັນ

0