赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 24 ລະ​ຫວ່າງ​ຈີນ-ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ

2020-10-25 15:36:41 cri

 

ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 24 ລະ​ຫວ່າງ​ຈີນ-ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ_fororder___172.100.100.3_temp_9500033_1_9500033_1_1_fa7e1a0f-bb12-44fe-8ef8-89f512a08c32
 

ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 24 ລະ​ຫວ່າງ​ຈີນ-ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ_fororder___172.100.100.3_temp_9500033_1_9500033_1_1_d2dc5244-846c-4ea5-aa49-abf8cd9a7053

ຫວ່າງ​ມໍ່ໆ​ນີ້ ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 4 ລະ​ຫວ່າງ​ຈີນ-ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ໄດ້​ຈັດ​ຂຶ້ນ​ຜ່ານທາງ​ວິ​ດີ​ໂອ. ໂດຍ​ມີ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ຄື: ສ​ປ​ປ ລາວ, ກຳ​ປູ​ເຈຍ, ໄທ, ສ​ສ ຫວຽດ​ນາມ ແລະ​​ປະ​ເທດ​ຄູ່​ເຈ​ລະ​ຈາ ​ຄື​: ສ​ປ ຈີນ ແລະ​ມຽນ​ມາ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ທົບ​ທວນ​ຄືນ​ແລະ​ໃຫ້​ຄຳ​ຢືນ​ຢັນ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໃນ​ການ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​​ນັບ​ແຕ່ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ່​ຜ່ານ​ມາ, ແລະ​ໄດ້​ຫາ​ລື​ກ່ຽວ​ກັບ​ຈຸດ​ສຸມ​ແລະ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃນ​ປີນີ້. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ ແລະ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ໄດ້​ເຊັນ “ ສັນ​ຍາ​ກ່ຽວ​ກັບ​ການ​ແຈ້ງ​ຂໍ້​ມູນ​ດ້ານ​ອຸ​ທະກະ​ສາດ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ໃນ​ຕະ​ຫຼອດ​ປີ”.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ເຄີ​ໂຢ​ເສິ່ງ ຜູ້​ຕາງ​ໜ້າຖາ​ວອນ​ຈີນ​ປະ​ຈຳ​​ກຳ​ມ​ມາ​ທິ​ການເສດ​ຖະ​ກິດ​ສັງ​ຄົມ​ອາ​ຊີ​ປາ​ຊິ​ຟິກອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ເນັ້ນ​ໜັກ​ວ່າ, ຈີນ​ຖະ​ໜຸ​ຖະ​ໜອມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊືອ​ກັບ​ບັນ​ດາ​ປະ​ເທດ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ, ​ຈະຍຶດ​ຖື​ທັດ​ສະ​ນະ​ການ​ຕ່າງ​ປະ​ເທດ​ທີ່ “ສະ​ໜິດ​ສະ​ໜົມ, ຈິງ​ໃຈ, ໃຫ້ປະ​ໂຫຍດ​ ແລະ​ກວມ​ລວມ ”  ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດ​ຢູ່​ລ້ອງ​ແມ່​ນ້ຳ​ຂອງຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ”ຮ່ວມ​ກັນ, ຊ່ວຍ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ.

​ປັດ​ຈຸ​ບັນ ສະ​ພາບ​ພະ​ຍາດ​ໂຄວິດ-19 ພວມ​ແຜ່​ລະ​ບາດ​ຢູ່​ໃນ​ທົ່ວ​ໂລກ, ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ມີ​ການ​ຟື້ນ​ຕົວ​ຄືນ​ມາ, ເສດ​ຖະ​ກິດ​ໂລກ​ປະ​ສົບ​ກັບ​ແຮງ​ກົດ​ດັນ​ຈາກ​ການ​ຊຸດ​ໂຊມ​ລົງ​, ສິ່ງ​ທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ​​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ຄວາມ​ສ່ຽງ​ໃນ​ການ​ເກີດ​ໄພ​ທຳ​ມະ​ຊາດ​ໄດ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ທ່ານ​ເຄີ​ໂຢ​ເສິ່ງກ່າວ​ວ່າ, ໂດຍ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ, ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຄວນ​ສາ​ມັກ​ຄີ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕ້ານ​ພະ​ຍາດ, ພະ​ຍາ​ຍາມ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່.

ທ່ານ​ເຄີ່​ໂຢ​ເສິ່ງ​ຊີ້​ໃຫ້​ເຫັນວ່າ, ບັນ​ດາ​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ມີ​ພູ​ຜາ​ສຍາ​ນ້ຳ​ຕິດ​ຈອດ​ກັນ, ມີ​​ຜົນ​ປະ​ໂຫຍດ​ທີ່​ເຊື່ອມ​​ໂຍງ​ເຂົ້າ​ກັນ, ແລະ​ມີ​ໂຊກ​ຊາ​ຕາ​ຕິດ​ພັນ​ກັນ, ສະ​ນັ້ນ ຄວນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ, ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ເວ​ທີ​ອື່ນໆ​ຢ່າງ​ເຕັມ​ສ່ວນ, ອອກ​ແຮງ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ປ​ກົດ​ມີ​ສະ​​ພາບການ​ໃໝ່. ຕ້ອງ​ຍຶດ​ໝັ້ນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ຍຶດ​ໝັ້ນຫຼັກ​ການ​ປຶກ​ສາ​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ; ຍຶດ​ໝັ້ນ​ແກ້​ໄຂ​ຄວາ​ມ​ຂັດ​ແຍ້ງ​ກັນ​ຢ່າງ​ເ​ໝາະ​ສົມ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ເຈ​ລະ​ຈາ​ກັນ, ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ທີ່​ມຸ້ງ​ໝັ້ນໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ; ຕ້ອງ​ຍຶດ​ໝັ້ນ​ໃຫ້​​ປະ​ເທດ​ໃນ​ພາກ​ພື້ນ​ເປັນ​​ຜູ້​ນຳ​ພາ, ຮັບ​ປະ​ກັນ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ມີ​ຖາ​ນະ​ໃຈ​ກາງ​ໃນ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ, ຕ້ອງ​​ປະ​ຕິ​ເສດ​ການ​ປັ້ນ​ແຕ່ງ​ບັນ​ຫາ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ແມ່​ນ້ຳ​ຂອງ, ແລະ​ການ​ກະ​ທຳ​ທີ່​ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອະ​ນຸ​ພາກ​ພື້ນຢ່າງ​ເດັດ​ດ່ຽວ.

ຄຳ​ເຫັນ

0