刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກ​ອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ກຳ​ນົດແຜນ​ການ​ພັດ​ທະ​ນາ​ໃນ​ອາ​ນາ​ຄົດ​ຂອງ​ຈີນ

2020-10-30 11:16:50 cri

 

ວັນ​ທີ 29 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​​ສະ​ໄໝ​ທີ 19 ໄດ້​ອັດ​ລົງ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​​ກຳ​ນົດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ​ຄັ້ງ​ທີ 14 ໂດຍ​ຊີ້​ອອກວ່າ: ຈີນ​ຈະ​ສ້າງ​ສະ​ພາບ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ​ໃນ​ນັ້ນ​ໄດ້ເນັ້ນ​ໜັກ​ວ່າ​ຈີ​ນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ ແລະ​ຍົກ​ສູງ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ. ກອງ​ປະ​ຊຸມ​ໄດ້​ວາງ​​ວິ​ໄສ​ທັດ​ຄື: ເມື່ອ​ຮອດ​ປີ 2035, ຈີນ​ຈະ​ສ້າງປະ​ເທດ​ໃຫ້​ເປັນ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ.

ກອງ​ປະ​ຊຸມ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຈີນ​ໃນ​ໄລ​ຍະ​ແຜນ​ການ5ປີ​ຄັ້ງ​ທີ 14 ເຊິ່ງ​ປະ​ກອບ​ມີ​ເປົ້າ​ໝາຍ​ຕ່າງໆ​ເຊັ່ນ: ​ຕ້ອງບັນ​ລຸ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ປອດ​ໃສ​ແລະ​ຕໍ່​ເນື່ອງ​ບົນ​ພື້ນ​ຖານ​ທີ່​ມີ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ການ​ກໍ່​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ທັນ​ສະ​ໄໝ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ, ​ການສ້າງ​ລະ​ບົບ​ຕະຫຼາດ​ມາດ​ຕະ​ຖານ​ສູງ​​ຕ້ອງໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃໝ່​ແບບ​ເປີດກວ້າງ​ໃນ​ລະ​ດັບ​ສູງກວ່າ​ເກົ່າ​ຕ້ອງ​ໃຫ້​ປາ​ກົດ​ເປັນ​ຮູບ​ເປັນ​ຮ່າງ​​ຂຶ້ນ​ໂດຍ​ພື້ນ​ຖານ, ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ຕ້ອງ​ບັນ​ລຸ​ຄວາມ​ກ້າວ​ໜ້າ​ໃໝ່, ຄວາມ​ຜາ​ສຸກດ້ານຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຕ້ອງ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ແລະ​ອື່ນໆ.

ຖະ​ແຫຼການ​ຂອງກອງ​ປະ​ຊຸມ​ໄດ້​ລະ​ບຸ​ວ່າ: ຈີນ​ຈະ​ສ້າງ​ໂຄງ​ປະ​ກອບເສດ​ຖະ​ກິດ​ໃໝ່​ແບບ​ເປີດກວ້າງ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ຍົກ​ສູງ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​​ເປັນ​ເສ​ລີ​ແລະ​ສະ​ດວກກວ່າ​ເກົ່າ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ການ​ຄ້າ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີຄຸນ​ນະ​ພາບ​ສູງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມການ​ປະ​ຕິ​ຮູບ​​ລະ​ບົບ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໂລກ.

ຈີນ​ຕ້ອງ​ປະ​ສານ​ສົມ​ທົບ​ການ​ພັດ​ທະ​ນາ ​ກັບ ຄວາມ​ໝັ້ນ​ຄົງ, ຈັດ​ເອົາ​ຄວາມ​ໝັ້ນ​ຄົງ​ໃຫ້​ເປັນ​ເອ​ກະ​ພາບ​ກັນ ແລະ ການ​ພັດ​ທະ​ນາ​ເຊື່ອມ​ໂຍງ​ເຂົ້າ​ໃນ​ທຸກ​ຂົງ​ເຂດ ແລະ ທົ່ວ​ຂະ​ບວນ​ການ​ຂອງ​ການ​ພັດ​ທະ​ນາ​ແຫ່ງ​ຊາດ.

ກອງ​ປະ​ຊຸມ​ໄດ້​ກຳ​ນົດ​ວ່າ, ຈີນ​ຈະຖື​ເອົາ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ສິ່ງ​ຄ້ຳ​ຊູ​ທາງ​ຍຸດ​ທະ​ສາດ​ໃຫ້​ກັບການ​ພັດ​ທະ​ນາ​ປະ​ເທດ​ຊາດ, ເລັ່ງ​ລັດ​ສ້າງ​ປະ​ເທດ​​ໃຫ້ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ກອງ​ປະ​ຊຸມ​ຍັງ​ໄດ້​ລະ​ບຸ​ເຖິງ​ການ​ບັນ​ລຸ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ທີ່​ສ້າງ​ປະ​ເທດ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ​ເມື່ອ​ຮອດ​ປີ 2035, ເມື່ອ​ຮອດ​ໄລ​ຍະ​ນັ້ນ, ກຳ​ລັງ​ຕົວ​ຈິງ​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ຊາດ​ກໍ​ຈະ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ແລະລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ ຈະ​ຖືກ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຕື່ມ​ອີກ ທັງ​ຈະ​ຢືນ​ຢູ່​ແຖວ​ໜ້າ​ຂອງ​ປະ​ເທດ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່; ມີ​ລະ​ບົບ​ເສດ​ຖະ​ກິດ​ທັນ​ສະ​ໄໝ; ທ່າ​ແຮງ​ໃໝ່​ໃນ​ການ​ຮ່ວມ​ມື ແລະ​ການ​ແຂ່ງ​ຂັນ​ດ້ານ​ເສດ​ຖະ​ກິດ​ສາ​ກົນ​ກໍ​ຈະ​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ; ລວມຍອດຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ຕໍ່​ຫົວ​ຄົນ​ກໍ​ຈະ​ບັນ​ລຸ​ລະ​ດັບ​ປານ​ກາງ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ.

ລັດ​ຖະ​ບານ​ຈີນ​ຈະ​ອີງ​ຕາມ “ຂໍ້​ສະ​ເໜີ” ສະ​ບັບ​ນີ້, “​ຮ່າງແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14” ຫຼັງ​ຈາກ​ໄດ້​ຮັບ​ການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ເຊິ່ງ​ເປັນອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ໃນ​ປີ 2021 ແລ້ວ, ແຜນ​ການ​ສະ​ບັບ​ນີ້​ຈະ​ເປັນ​ເອ​ກະ​ສານ​ໂຄງການ​ທີ່​ມີ​ຜົນ​ສັກ​ສິດທີ່​ສຸດ​ໃນ​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ 5 ປີ​ຕໍ່​ໜ້າ.

ຄຳ​ເຫັນ

0