赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈີ້ນຜິງ: ໃຫ້ຕະຫຼາດຈີນກາຍເປັນຕະຫຼາດຂອງທົ່ວໂລກ

2020-11-04 22:44:10 cri

 

ໃນເວລາກ່າວປາຖະກະຖາຜ່ານທາງວິດີໂອໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 3 ຢູ່ນະຄອນຊຽງໄຮ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ປະທານຄະນະກຳມະການການທະຫານສູນກາງຈີນກ່າວວ່າ, ຈີນຈະສືບຕໍ່ຍຶດຖືທັດສະນະທີ່ເປີດປະຕູ, ຮ່ວມມືກັນ, ສາມັກຄີແລະໄດ້ຮັບຜົນປະໂຫຍດຮ່ວມກັນ, ຍຶດມັ້ນການເປີດປະຕູຮອບດ້ານຢ່າງເດັດດ່ຽວໜຽວແໜ້ນ, ໃຫ້ຕະຫຼາດທັງພາຍໃນແລະຕໍ່ຕ່າງປະເທດເຊື່ອມຈອດກັນຢ່າງມີສະມັດຕະພາບສູງ, ໃຫ້ຊັບພະຍາກອນໄດ້ຮັບການຊົມໃຊ້ຮ່ວມກັນ, ເພື່ອໃຫ້ຕະຫຼາດຂອງຈີນ ກາຍເປັນຕະຫຼາດຂອງໂລກ, ກາຍເປັນຕະຫຼາດທີ່ຊົມໃຊ້ຮ່ວມກັນ ແລະກາຍເປັນຕະຫຼາດຂອງໝົດທຸກຄົນ, ເພີ່ມພະລັງແຮງຫຼາຍກວ່າເກົ່າເຂົ້າໃນປະຊາຄົມໂລກ.

ຄຳ​ເຫັນ

0