莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່​ທ່ານ​ນາງ​ໂມ​ນີ​ນຽດສີ​ຫາ​ໂມ​ນີພະ​ຊຸນນີ​ກຳ​ປູ​ເຈຍ

2020-11-07 14:34:58 CRI

ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່​ທ່ານ​ນາງ​ໂມ​ນີ​ນຽດສີ​ຫາ​ໂມ​ນີພະ​ຊຸນນີ​ກຳ​ປູ​ເຈຍ

ວັນ​ທີ 6 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ພິ​ທີ​ມອບ“ຫຼຽນ​ໄຊ​ມິດ​ຕະ​ພາບ”​​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່​ທ່ານ​ນາງ​ໂມ​ນີ​ນຽດ ສີ​ຫາ​ໂມ​ນີ ພະ​ລາ​ຊະ​ຊຸນນີ​ກຳ​ປູ​ເຈຍ ຢູ່​ຫໍ​​ສະ​ພາປະ​ຊາ​ຊົນທີ່​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໃນ 60 ກວ່າ​ປີ​ມານີ້, ພະ​ຊຸນ​ນີ​ໂມ​ນີ​ນຽດ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ມິດ​ຕະ​ພາບ​ຈີນ-ກຳ​ປູ​ເຈຍ, ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ຂະ​ບວນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ​ໃໝ່. ພະ​ຊຸນ​ນີ​ໂມ​ນີ​ນຽດ​ມີ​ອາ​ລົມ​ຈິດ​ອັນ​ເລິກ​ເຊິ່ງ​ແລະ​ພິ​ເສດ​ຕໍ່​ປະ​ຊາ​ຊົນ​ຈີນ, ໄດ້​ສະ​ໜັບ​ສະ​ໜູນ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​​ການ​ພົວ​ພັນ​ຈີນ-ກຳ​ປູ​ເຈຍ ແລະ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​​ລະ​ຫວ່າງປະ​ຊາ​ຊົນ​​ສອງ​ຊາດຈີນ-ກຳ​ປູ​ເຈຍ.

ພະ​ຊຸນ​ນີ​ໂມ​ນີ​ນຽດ​ກ່າ​ວ​ວ່າ: ມື້ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ມອບ“ຫຼຽນ​ໄຊ​ມິດ​ຕະ​ພາບ” ​​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ຂ້າ​ພະ​ເຈົ້າ​ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ຂອງ​ປະ​ເທດ​ຈີນ​ ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ຍິ່ງ​ໃຫຍ່​ ທີ່​ມີ​ຕໍ່​ຂ້າ​ພະ​ເຈົ້າ​ເອງ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ. ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຈະ​ຮ່ວມ​ກັບ​ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​ ​ຮັດ​ແໜ້ນມິດ​ຕະ​ພາບ​ອັນ​ເປັນມູນ​ເຊື້ອ, ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັນ, ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ກຳ​ປູ​ເຈຍ-ຈີນ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງບໍ່​ຢຸດຢັ້ງ.

ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່​ທ່ານ​ນາງ​ໂມ​ນີ​ນຽດສີ​ຫາ​ໂມ​ນີພະ​ຊຸນນີ​ກຳ​ປູ​ເຈຍ_fororder_微信图片_20201107155906 

ທ່ານ​ສີ​ຈິ້ນ​ຜິງ​ຈັດ​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່​ທ່ານ​ນາງ​ໂມ​ນີ​ນຽດສີ​ຫາ​ໂມ​ນີພະ​ຊຸນນີ​ກຳ​ປູ​ເຈຍ_fororder_微信图片_20201107155836

 

ຄຳ​ເຫັນ

0