尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

2020-11-16 15:27:33 cri

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

ລັດຖະບານ ແລະປະຊາຊົນ ແຫ່ງຣາຊະອານາຈັກ ກໍາປູເຈຍໄດ້ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ແກ່ລັດຖະບານ ແລະປະຊາຊົນ ແຫ່ງ ສປປ ລາວວັນທີ 16 ພະຈິກ 2020, ທີ່ສະໜາມບິນສາກົນວັດໄຕ, ຕາງໜ້າມອບເຄື່ອງຊ່ວຍເຫຼືອໂດຍ ທ່ານ ສົມເດັດ ປີໄຈ ເສນາເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຕາງໜ້າຮັບໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຄະນະສະເພາະກິດເພື່ອປ້ອງກັນ,​ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະການນໍາຂັ້ນສູງ ຈາກກະຊວງທີ່ກ່ຽວຂ້ອງຕ່າງໆຂອງລາວ, ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອຈາກລັດຖະບານ ແຫ່ງຣາຊະອານາຈັກກຳປູເຈຍ ໃຫ້ລັດຖະບານ ແຫ່ງ ສປປ ລາວ ປະກອບມີອຸປະກອນການແພດຄື: ຜ້າອັດປາກ ຈໍານວນ 2,1 ລ້ານແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ຈຸດປະສົ່ງກໍເພື່ອປະກອບສ່ວນນຳໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ຕາງໜ້າງລັດຖະບານ ແລະປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ແລະສະແດງຄວາມຊົມເຊີຍ ຕໍ່ການຊ່ວຍເຫຼືອຈາກລັດຖະບານ ແຫ່ງຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະການບິແບ່ງຄວາມຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນຍາມທີ່ສອງປະເທດ ພວມປະເຊີນໜ້າກັັບການລະບາດຂອງພະຍາດໂຄວິດ-19, ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນຂຶ້ນໄປເລື້ອຍໆ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ນໍາໄປໃຊ້ເພື່ອໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ_fororder_微信图片_202011161522062
ທ່ານ ສົມເດັດ ປີໄຈ ເສນາເຕຍບັນ ຕາງໜ້າລັດຖະບານ ແລະປະຊາຊົນ ກໍາປູເຈຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມຂອງສອງປະເທດກໍາປູເຈຍ-ລາວ ເຊິ່ງມີມູນເຊື້ອສາຍພົວພັນມິດຕະພາບ ແລະຮັກແພງສາມັກຄີອັນຍາວນານ ແລະຫວັງວ່າລະຫວ່າງລັດຖະບານ ແລະປະຊາຊົນສອງຊາດກໍາປູເຈຍ-ລາວ ນັບມື້ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະພ້ອມກັນພັດທະນາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ_fororder_微信图片_202011161522065

ລັດຖະບານລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານກໍາປູເຈຍ

ຄຳ​ເຫັນ

0