蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາຍ​ພົວ​ພັນຈີນ​ແລະອາ​ຊຽນຄົບ​ຮອບ 30 ປີ ຈະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຊົນ​ອາ​ຊຽນ​ໄດ້​ດີກວ່າ​ເກົ່າ

2020-11-17 15:35:54 CRI

ຕອນ​ບ່າຍ​ວັນ​ທີ 13 ພະ​ຈິກ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ອາ​ຊຽນ​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຢ່າງ​ໜັກ​ໜ່ວງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​​ຮ່າ​ງ​ກາຍ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ, ເສດ​ຖະ​ກິດ​ໂລກ​ພວມ​ຜະ​ເຊີນ​ກັບ​​ຄວາມ​ຊຸດ​ໂຊມ​ ທີ່​ໜັກ​ໜ່ວງ​ທີ່​ສຸດ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ. ອາ​ຊຽນ​ແລະ​ຈີນ​ມີ​ທີ່​ຕັ້ງ​ພູມ​ສາດ​ໃກ້​ຄຽງ​ກັນ ແລະ ຕ່າງ​​ກໍເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ​ແລະ​ກັນ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້, ຍອດ​ມູນ​ຄ່າການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​​ທ່າມ​ກາງ​ເສດ​ຖະ​ກິດ​ໂລກ​​ມີ​ສະ​ພາບຊຸດ​ໂຊມ​ລົງ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 76,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ອາ​ຊຽນ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ, ການ​ພົວ​ພັນ​ທາງດ້​ານ​ເສດ​ຖະ​ກິດ ແລະ ອຸດ​ສາ​ຫະ​ກຳ​ລະ​ຫວ່າ​ງ​ສອງ​ຝ່າຍ​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ. ຈີນ​ຍິນ​ດີ​ຍຶດ​ຖື​ທັດ​ສະ​ນະ​​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

ຈີນ​ໄດ້​ຍຶດ​​ໝັ້ນ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ພາຍ​ໃຕ້​ຂອບ​ອົງ​ການ​ການ​ຄ້າ​ໂລກ ແລະ ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​​ທາງ​ດ້ານ​ເສດ​ຖ​ະ​ກິດ​ຂອງ​ພາກ​ພື້ນ​ມາ​ໂດຍ​ຕະຫຼອດ. ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ເປັນ​ເວ​ລາ 10 ປີ​ມາ​ນີ້, ເຂດ​ການ​ຄ້າ​ເສ​ລີ​ມີ​ເນື້ອ​ໃນນັບ​ມື້​ນັບ​ອຸ​ດົມ​ສົມ​ບູນ​​ຂຶ້ນ ແລະ ມີ​ລະ​ດັບ​ສູງ​ຂຶ້​ນ​ເລື້ອຍໆ ເຊິ່ງ​ໄດ້​ສົ່ງ​ສັນ​ຍານ​ຢ່າງ​ຕັ້ງ​ໜ້າ ແລະ ຈະ​ແຈ້ງ​ໃຫ້​ແກ່​ຂະ​ບວນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​​ຂອງພາກ​ພື້ນ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ ແລະ ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ໃນຫຼາຍ​ປີ​ມາ​ນີ້, ອາ​ຊີ​ຕາ​ເວັນ​ອອກ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ. ສະ​ນັ້ນ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຈັບ​ມື​ກັນ​ກ້າວ​ເດີນ​ໄປ​ໜ້າ, ຊຸກ​ຍູ້​ການ​ຟື້ນ​ຟູ​ທາງ​ດ້ານເສດ​ຖະ​ກິ​ນ​ຂອງ​ພາກ​ພື້ນ, ກ້າວ​ໄປ​ສູ່​ຄວາ​ມ​ຈະ​ເລີນ​ຮຸ່ງ​ເຮືອງ ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ຊຸກ​ດັນ​ທີ່​ເຂັ້ມ​ແຂງ​​ເຮັດ​ໃຫ້ເສດ​ຖະ​ກິດ​ໂລກ​ສາ​ມາດ​ຟື້ນ​ຄືນ​ໄດ້. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ຕ້ອງ​ດຳ​ເນີນ​ການ​ຮ່ວມ​ມື​​ທາງ​ດ້ານເຕັກ​ນິກ​ທີ່​ທັນ​ສະ​ໄໝ ແລະ ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ໃຫຍ່​ຕ່າງໆ​ເທົ່າ​ນັ້ນ, ຫາກ​ຍັງ​​ຕ້ອງຊອກ​ຫາ​ຈຸດ​​ພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອມ ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່ອີກ​ດ້ວຍ.

ນັກ​ວິ​ເຄາະ​ເຫັນ​ວ່າ: ປີ​ໜ້າ​ແມ່ນ​ປີລະ​ນຶກຈີນ​ແລະ​ອາ​ຊຽນ​​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ເຊື່ອ​ວ່າ: ໂດຍ​ຜ່ານ​ການ​ພັດ​ທະ​ນາ​ມາ​ເປັນ​ເວ​ລາ 30 ປີ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ຈະ​ມີ​ຄວາມ​ສົມ​ບູນກວ່າ​ເກົ່າ, ຍ່ອມ​ຈະ​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໄດ້​ດີກວ່າ​ເກົ່າ, ຈະ​ເປີດກວ້າງ​ສະ​ພາບ​ການ​ຮ່ວມ​ມື​ດ້ານ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຈະສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕື່ມ​ອີກ, ທັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸຸ່ງເຮືອງຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0