尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ສີ​ຈິ້ນ​ຜິງ ສົ່ງ​ສານຊົມ​ເຊີຍ​ເຖິງ​ທ່ານ​ນາງ ​ອອງ​ຊານ ຊູ​ຈີ ​ໃນ​ໂອ​ກາດ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ

2020-11-17 17:50:01 cri

ວັນ​ທີ 16 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສົ່ງ​​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ນາງ ​ອອງ​ຊານ ຊູ​ຈີ ປະ​ທານພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ມຽນ​ມາ​ຫຼື NLD ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພັກ NLD ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ນາງ​ໃນ​ການ​ເລືອ​ກ​ຕັ້ງ​ແລະ​ເປັນ​ພັກ​ຈັດ​ຕັ້ງ​ລັດ​ຖະ​ບານ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.
 

​ໃນ​ສານ​ຊົມ​ເຊີຍ ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງສາຍ​ພົວ​ພັນ​​ການ​ທູດລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 70 ປີ. ໃນ​ຕົ້ນ​ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​​ເດີນ​ທາງໄປ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ​ຢ່າງ​ສຳ​ເລັດ​ຜົນ, ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​​ກັບ​ທ່ານ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ,​ເປັນ​ການ​ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຫຼັງ​ຈາກເກີດ​ມີ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ​ສອງ​ພັກ​ກໍ​ຄື​ສອງ​ປະ​ເທດ​ໄດ້​ສະ​ໜັບ​ສະ​ໜູນ​ກັນ,ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.
 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ຈີນ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​-ລັດ​ຂອງ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ປະ​ທານ​ອອງ​ຊານ ຊູ​ຈີ​ ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ,ເພື່ອ​ຊຸກ​ຍູ້​ໃຫ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ​ແຕກດອກ​ອອກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ໄດ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0