蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ລາວ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ

2020-11-18 15:18:15 CRI

ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​​ແຈ້ງໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ກຽດ​ໃຫ້​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ໃນ​ງານ​ວາງ​ສະ​ແດງ​ຈີນ-ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2009 ແລ້ວ, ເດືອນ​ພ​ະ​ຈິກ​ປີ​ນີ້, ລາວ​ຈະ​​ໄດ້ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ອີກ​ຄັ້ງ​ໜຶ່ງ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 17. ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກໍ​ຈະ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ໃນ​ປີ​ນີ້, ຜູ້​​ນຳ ລາວ​ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ໂຕະ​ມົນ​ກັບ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ ຫຼື CEO ວິ​ສາ​ຫະ​ກິດ​ຈີນ​ທາງ​ອອນ​ລາຍ, ລັດ​ຖະ​ບານ​ລາວ​​ຍັງ​ໄດ້ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ທາງ​ອອນ​ລາຍ.

ຕາມ​ຂ່າວ​ແຈ້ງວ່າ: ໃນ​ງານ​ວາງ​ສະ​ແດງ 16 ຄັ້ງ​ຜ່ານ​ມາ, ລາວ​ໄດ້​ນຳ​ໃຊ້​ຮ້ານວາງ​ສະ​ແດງ 1606 ​ຮ້ານ, ໄດ້​ວາງ​ສະ​ແດງ ແລະ ​ໂຄ​ສະ​ນາສິນ​ຄ້າ​ແລະ ການ​ບໍ​ລິ​ການ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດລາວ ເຊັ່ນ: ​ເຟີ​ນີ​ເຈີ​ໄມ້, ຜະ​ລິດ​ຕະ​ພັນ​ໄມ້, ເພັດ​ນິນ​ຈິນ​ດາ, ເຄືື່ອງ​ຫັດ​ຖະ​ກຳ, ເຄື່ອງ​ດື່ມ​ແລະ​ອາ​ຫານ, ເຂົ້າ​ສານ, ກາ​ເຟ ແລະ ອື່ນໆ.

ຄຳ​ເຫັນ

0