尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,3 ລິກ​ເຕີ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ແຂວງ​ຊຸ​ມາ​​ຕ​ຣາຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ

2020-11-18 16:45:02 cri

ຕອນ​ເຊົ້າ​ວັນ​ທີ 17 ພະ​ຈິກ​ນີ້, ຢູ່​ເຂດ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,3 ລິກ​ເຕີ, ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ການ​ລາຍ​ງານວ່າ​ມີ​ຜູ້​ເສ​ຍ​ຊີ​ວິດ​​ຫຼື​ບາດ​ເຈັບແລະ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​ເທື່ອ.
 

ອົງ​ການ​ອຸ​ຕຸ​ນິ​ຍົມ,ດິນ​ຟ້າ​ອາ​ກາດ​ແລະ​ຟີ​ຊິກ​​ໂລກ​ອິນ​ໂດ​ເນ​ເຊຍ​ໄດ້​ແຈ້ງໃຫ້​ຮູ້​ວ່າ: ຢູ່​ເກາະ​ດອນ​ແລະ​ຕາ​ແສງ​ທີ່​ໃກ້​ກັບ​ຈຸດ​ໃຈ​ກາງ​ແຜ່ນ​ດິນ​ໄຫວ​ໄດ້​ຮັບ​ຮູ້​ແຮງ​ສັ່ນ​ສະ​ເທືອນ​ພຽງ​ໜ້ອຍ​ດຽວ, ອົງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ເຕືອນ​ໄພ​ຄື້ນ​ຊຶ​ນະ​ມີ​​ຈາກແຜ່ນ​ດິນ​ໄຫວ​ຄັ້ງ​ນີ້,ແຕ່​ໄດ້​ເຕືອນ​ວ່າ​ຢູ່​​ບໍ​ລິ​ເວນໃກ້​ຈຸດ​ໃຈ​ກາງ​ແຜ່ນ​ດິນ​ໄຫວອາດ​ຈະ​ມີ​​ແຮງ​ສັ່ນ​ສະ​ເທືອນ​ອີກ,​ຈຶ່ງເຕືອນ​ໃຫ້​ປະ​ຊາ​ຊົນ​ຄວນ​ມີ​ສະ​ຕິ​ລະ​ວັງ​ຕົວ.

ຄຳ​ເຫັນ

0