黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ສຸດຍອດ​ປະ​ເທດ​ບ​ຣິກ​ສ໌​ຄັ້ງ​ທີ 12 ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ໃໝ່

2020-11-19 17:03:03 cri

ຕອນ​ຄ່ຳ​ວັນ​ທີ 17 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ໌ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງ​ວິ​ດີ​ໂອ. ທ່ານ​ເສິນ​ຊາວ ຮອງ​ຫົວ​ໜ້າ​ກົມ​ສາ​ກົນ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ວັນ​ທີ 18 ພະ​ຈິກ​ນີ້​ວ່າ, ກອ​ງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໄດ້​ບັນ​ລຸ​ໝາກ​ຜົນ​ຫຼາຍ​ດ້ານ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ໃໝ່.

ທ່ານ​ເສິນ​ຊາວ ກ່າວ​ວ່າ, ສະ​ມາ​ຊິກ​​ປະ​ເທດຕ່າງໆ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຕົກ​ລົງ​ຍົກ​ ​ລະ​ດັບ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ຕື່ມ​ອີກ, ຮັບ​ປະ​ກັນ​ດ້ານ​ການ​ຈໍ​ລະ​ຈອ​ນ​ສິນ​ຄ້າ​ທີ່​ສຳ​ຄັນ, ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອຫຼຸດ​​ຜ່ອນ​ຜົນ​ກະ​ທົບ​ທີ່​ເກີດ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ມີຕໍ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ. ສະ​ມາ​ຊິກ​ປະ​ເທດ​ບ​ຣິກ​ສ໌ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າ​ຈະປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ແລະ​ໄດ້​​ເຊັນ “ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ລົງ​ທຶນ​ໃນປະ​ເທດບ​ຣິກ​ສ໌”

ທ່ານ​ເສິນ​ຊາວ ກ່າວ​ຕື່ມ​ວ່າ: ກອງ​ປະ​ຊຸມ​ຍັງ​ໄດ້​ອະ​ນຸ​ມັດ “​ຄຳ​ຊີ້​ນຳ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ເຂົ້າ​ຮ່ວມ​ການ​ຄ້າ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”, ໄດ້​​ກຳ​ນົດ “ຍຸດ​ທະ​ສາດ​ຄູ່​ຮ່ວ​ມ​ມື​ເສດ​ຖະ​ກິດ​ປະ​ເທດບ​ຣິ​ກ​ສ໌ 2025”, ຍຸດ​ທະ​ສາດ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ຂົງ​ເຂດ​ຈຸດ​ສຸມ​ແລະ​ວາງ​ທິດ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ປະ​ເທດບ​ຣິກ​ສ໌ໃນ 5 ປີ​ຕໍ່​ໜ້າ.

ຄຳ​ເຫັນ

0