蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມືອງ​ທຸ​ກ​ຍາ​ກ​ລະ​ດັບ​ຊາດ 100 ກວ່າ​ເມືອງ​ຂອງ​ຈີນ​​ທີ່​ບໍ່​ເຄີຍມີ​ທາງ​ລົດ​ໄຟ​ມາ​ກ່ອນ​ໄດ້​ກາຍ​ເປັນ​ອະ​ດີດ​ໄປ​ແລ້ວ

2020-11-19 15:51:21 CRI

ຕົວ​ເລກ​ຂໍ້​ມູນ​ທີ່​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະ​ຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ພາກ​ສ່ວນ​ທາງ​ລົດ​ໄຟ​ຈີນ​ໄດ້​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຫຼຸດ​ຜ່ອນ​ຄາມ​ທຸກ​ຍາກ​ດ້ວຍ​ການ​ກໍ່​ສ້າງ, ດ້ວຍ​ການ​ຂົນ​ສົ່ງ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໃຫ້​ຖືກ​ຕາມ​ເປົ້າ​ໝາຍ​ຢ່າງ​ແນ່ນອນ, ນັບ​ລວມ​ແລ້ວ, ໄດ້​ສຳ​ເລັດ​ການ​ລົງ​ທຶນ​ກໍ່​ສ້າງ​ທາງ​ລົດ​ໄຟ​ໃນ​ມູນ​ຄ່າ 3300 ຕື້ຢວນ​ຢູ່​ເຂດ​ປະ​ຕິ​ວັດ​ເກົ່າ, ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີ​ກ ແລະ ເຂດ​ທຸກ​ຍາກ​ທີ່​ເປັນ​ບໍ​ລິ​ເວນກວ້າງ 14 ເຂດ, ໄດ້​ສ້າງ​ທາງ​ລົດ​ໄຟ​ໃໝ່ 36.000 ກິ​ໂລ​ແມັດ, ໃນ​ນັ້ນ, ລົດ​ໄຟ​ຄວາມ​ໄວ​ສູງ 20.000 ກິ​ໂລ​ແມັດ ເຊິ່ງກ​ວມເອົາ 83% ຂອງ​ທາງ​ລົດ​ໄຟ​ທີ່​ສ້າງ​ໃໝ່​ໃນ​ທົ່ວ​ປະ​ເທດ​ຈີນ. ທາງ​ລົດ​ໄຟ​ເຫຼົ່າ​ນີ້​ໄດ້​ປົ​ກ​ຄຸມ​ເມືອງອ​ທຸກ​ຍາກ​ລະ​ດັບ​ຊາດ 274 ເມືອງ, ໃນ​ນັ້ນ, ມີ 100 ກວ່າ​ເມືອງ​ທີ່​ບໍ່​ເຄີຍ​ມີ​ທາງ​ລົດ​ໄຟ​ມາ​ກ່ອນ ເຊິ່ງ​ໄດ້​ກາຍ​ເປັນ​ອະ​ດີດ​ໄປ​ແລ້ວ.

ຄຳ​ເຫັນ

0