黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ: ເກືອບ​ເວົ້າ​ໄດ້​ວ່າ​ບໍ່​ມີ​ປະ​ເທດ​ໃດ​ຢາກ​ເຂົ້າ​ຮ່ວມ​ສະ​​ຫະ​ພັນ​ທີ່​ປາ​ສະ​ຈາກ​ຈີນ

2020-11-19 17:01:33 cri

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​​ດ້ານເສດ​ຖະ​ກິດ​ປະ​ດິດ​ສ້າງ​ໃໝ່ 2020 ທີ່​ຈັດ​ຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້​, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​​ກ່າວ​ວ່າ: “ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ສຸມ​ໃສ່​ການສ້າງ​​ຂອບ​ແຜນ​ການ, ແລະ​ສ້າງ​ການ​ພົວ​ພັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຢ່າງ​ຮອບ​ດ້ານ​ກັບ​ຈີນ​ພາຍ​ໃຕ້​ຂອບ​ດັ່ງ​ກ່າວ. ນີ້​ໝາຍ​ຄວາມ​ວ່າ​ເຖິງວ່າ​ຈີນ​ແລະ​ອາ​ເມ​ຣິ​ກາ​ມີ​ການ​ພົວ​ພັນ​ໃນ​ລັກ​ສະ​ນະ​ແຂ່ງ​ຂັນ​ແລະ​ມີ​ບັນ​ຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ດ່ວນ​ກໍ​ຕາມ, ແຕ່​ສອງ​ຝ່າຍ​ຈະ​ບໍ່​ເກີດ​​ການປະ​ທະ​ກັນ, ຈະ​ພະ​ຍາ​ຍາມ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແລະ​ຮ່ວມ​ກັນ​​ຈຳ​ກັດ​ຂົງ​ເຂດ​ທີ່​ມີຄວາມ​ຂັດ​ແຍ້ງ​ກັນ. ໃນ​ຂອບ​ດັ່​ງ​ກ່າວ, ຈີນ​ແລະ​ອາ​ເມ​ຣິ​ກາ​ສາ​ມາດ​ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ຄ້າ, ຄວາມ​ໝັ້ນ​ຄົງ, ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ​, ບັນ​ຫາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ແລະ​ບັນ​ຫາ​ອື່ນໆ.”

ທ່ານ​ລີ​ຊຽນ​ລົງ ເນັ້ນ​ໜັກ​ວ່າ, ເກືອບ​ເວົ້າ​ໄດ້​ວ່າ​ບໍ່​ມີ​ປະ​ເທດ​ໃດ​ຍິນ​ດີ​ເຂົ້າ​ຮ່ວມ “ສະ​ຫະ​ພັນ” ​ໂດຍ​ປາ​ສະ​ຈາກ​ປະ​ເທດ​ຈີນ, ພັນ​ທະ​ມິດ​ແບບ​ສົງ​ຄາມ​ເຢັນ​ແລະ​ຕ້ອງ​ເລືອກ​ຂ້າງ​ແມ່ນ​ເປັນ​ໄປ​ບໍ່​ໄດ້​ແລ້ວ​ໃນ​ໂລກ​ປັດ​ຈຸ​ບັນ.

ຄຳ​ເຫັນ

0