尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ເອ​ເປັກແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນຜ່ານທາງວິ​ດີ​ໂອ

2020-11-19 17:04:44 cri

ວັນ​ທີ 19 ພະ​ຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງຜູ້​ນຳ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​​ຫຼື(APEC)​ຜ່ານທາງ​ວິ​ດີ​ໂອ​ພ້ອມ​ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ສະ​​ພາບ​ການ​​ແຫ່ງການ​ພັດ​ທະ​ນາ​ໃໝ່​ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​”. ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ທົ່ວ​ໂລກ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກັນ​​ໄດ້,ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມືຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ຮອບ​ດ້ານ,ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຄືນ​ໃໝ່. ຈີນ​ຕັ້ງ​ໜ້າ​ສ້າງ​ສະ​​ພາບການ​​ແຫ່ງການ​ພັດ​ທະ​ນາ​ໃໝ່,ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​,ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອາ​ຊີ​ປາ​ຊີ​ຟິກ​ແລະ​ໂລກ​ທີ່​ສວຍ​ງາມກວ່າ​ເກົ່າ.
 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​​ໃນລັດ​ທິ​ຫຼາຍ​ຝ່າຍ​ແລະ​ຫຼັກ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ,ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ,ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ມີ​ຄຸນ​ນະ​ພາບ​ສູງ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາແບບ​ສີຂຽວ. ລົງ​ເລິກ​​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ,ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​​ອາ​ຊີ​ປາ​ຊີ​ຟິກ.

ຄຳ​ເຫັນ

0