黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ແລະ​​ອົງ​ກອນ​ຂອງອີ​ຣານ​ອີກ​ຮອບ​ໃໝ່

2020-11-19 17:03:24 cri

ວັນ​ທີ 18 ພະ​ຈິກ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້ປະ​ກາດ​​ການຂວ້ຳ​ບາດ​ເຈົ້າ​ໜາ​ທີ່​ແລະ​ອົງ​ກອນ​ຂອງ​ອີ​ຣານ​ອີກ​ຮອບ​ໃໝ່, ແລະ​ຂູ່​ວ່າ​ຈະສືບ​ຕໍ່​ໃຊ້​ກຳ​ລັງ​​ກົດ​ດັນ​ຕໍ່​ອີ​ຣານ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ອາ​ທິດ​ຕໍ່​ໜ້າ.

​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ທີ່​ປະ​ກາດ​ໃນ​ວັນ​ທີ 18 ພະ​ຈິກ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາກ່າວ​ຂວ້ຳ​ບາດ​ທ່ານ​ມາ​​ມຸດ ອາ​ລາ​ວີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຂ່າວ​ລັບ​ແລະ​ຄວາມ​​ໝັ້ນ​ຄົງອີ​ຣານ​ແລະ​ນາຍ​ທະ​ຫານ​ຊັ້ນ​ສູງ​ສອງ​ຄົນ​ຂອງກອງ​ທັບ​ປ້ອງ​ກັນ​​ການປະ​ຕິ​ວັດ​ອິ​ສ​​ລາມ. ​ພ້ອມ​ດຽວ​ກັນ​ນີ້​ຍັງ​ໄດ້​ຂວ້ຳ​ບາດ​ອົງ​ການ​ການ​ກຸ​ສົນ​ແຫ່ງ​ໜຶ່ງ​ແລະ​ການ​ນຳ​ຂອງ​ອົງ​ການ​ດັ່ງ​ກ່າວ, ນອກ​ນີ້​ຍັງ​ມີ 50 ອົງ​ກອນ​ທີ່​ກ່ຽວ​ຂ້ອງ​ກັບ​ຂະ​ແໜງ​ການ​ພະ​ລັງ​ງານ, ບໍ່​ແຮ່, ການ​ເງິນ​ແລະ​ອື່ນໆ​ອີກ.

ຄຳ​ເຫັນ

0