尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຈັດກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ເປີດ​ເຜີຍ “ຂໍ້​ລິ​ເລີ່ມ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​​ພື້ນ​ທີ່​ອິນ​ເຕີ​ເນັດ”

2020-11-19 17:03:50 cri

ວັນ​ທີ 18 ພະ​ຈິກ​ນີ້, ຄະ​ນະ​ຈັດ​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ໄດ້​ເປີດ​ເຜີຍ “ຂໍ້​ລິ​ເລີ່ມ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ພື້ນ​ທີ່​ອິນ​ເຕີ​ເນັດ” ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ນະ​ໂຍ​ບາຍ​ທີ່​ຕັ້ງ​ໜ້າ,ກວມ​ລວມ,ປະ​ສານ​ງານ​ແລະ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຫຼາຍກວ່າ​ເກົ່າ,ເລັ່ງ​ລັດ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຂໍ້​ມູນ​ໂລກ,ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ,ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່.
 

ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ,ອົງ​ການ​ຈັດ​ຕັ້ງ​ສາ​ກົນ,ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ,ກຸ່ມ​ເຕັກ​ໂນ​ໂລ​ຊີ,ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ແລະ​ບຸກ​ຄົນ​ທາງ​ພົນ​ລະ​ເຮືອນຂອງ​ບັນ​ດາ​ປະ​ເທດ​ຄວນ​ຍຶດ​ໝັ້ນ​​ໃນແນວ​ຄວາມ​ຄິດ​ດ້ານ​ການ​ບໍ​ລິ​ຫານ​ໂລກ​ທີ່​​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​,ສ້າ​ງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ, ຍຶດ​ໝັ້ນໃນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ, ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ​ກັນ,ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ໝາກ​ຜົນ​ຮ່ວມ​ກັນ, ເພື່ອ​ສ້າງອິນ​ເຕີ​ເນັດ​ໃຫ້​ເປັນ​ປະ​ຊາ​ຄົມ​ແຫ່ງ​ການ​ພັດ​ທະ​ນາ,ປະ​ຊາ​ຄົມ​ແຫ່ງ​ຄວາມ​ປອດ​ໄພ,ປະ​ຊາ​ຄົມ​​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ​ແລະ​ປະ​ຊາ​ຄົມແຫ່ງ​ຜົນ​ປະ​ໂຫຍດ​ທີ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ມວນ​ມະ​ນຸດ.

ຄຳ​ເຫັນ

0