蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປຶ້ມ “ທ່ານ​ສີ​ຈິ້ນ​ຜິງ​ກັບ​ເພື່ອນ​ມິດ​ນັກ​ສຶກ​ສາ​ທັງຫຼາຍ” ໄດ້​ພິມ​ຈຳ​ໜ່າຍ

2020-11-20 15:28:53 CRI

ປຶ້ມ “ທ່ານ​ສີ​ຈິ້ນ​ຜິງ​ກັບ​ເພື່ອນ​ມິດ​ນັກ​ສຶກ​ສາ​ທັງຫຼາຍ” ໄດ້​ພິມ​ຈຳ​ໜ່າຍໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ໂດຍ​ສຳ​ນັກ​ພິມ​ຊາວ​ໜຸ່ມ​ຈີນ.

ປຶ້ມ​ຫົວ​ນີ້​ມີ​ບົດ​ສຳ​ພາດ 25 ບົດ ເຊິ່ງ​ໄດ້​ເລົ່າ​ເລື່ອງ​ທີ່​ສະ​ຫາຍ​ສີ​ຈິ້ນ​ຜິງ​ໂອ​ລົມ​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາ​ມ​ເຫັນ​ກັບ​ນັກ​ສຶກ​ສາ​ທັງຫຼາຍ ນັບ​ແຕ່​ເດືອນ​ທັນ​ວາ​ປີ 1983 ຫາ​ເດືອນ​ກໍ​ລະ​ກົດ​ປີ 2019 ເຊິ່ງ​ເປັນ​ໄລ​ຍະ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ເມືອງ​ເຈິ້ງ​ຕິ້ງ​ແຂວງ​ເຫີ​ເປີຍ, ແຂວງ​ຝູ​ຈ້ຽນ, ແຂວງ​ເຈີ້​ຈ່ຽງ, ນະ​ຄອນ​ຊຽງ​ໄຮ້ ແລະ ໄລ​ຍະເຮັດ​ວຽກ​ຢູ່​ສູນ​ກາງ​ ໂດຍ​ໄດ້​ບັນ​ທຶກ​ຄວາມ​ຮັກ​ແພງ​ຂອງ​ທ່ານ​ທີ່​ມີ​ຕໍ່​ຊາວ​ໜຸ່ມ ໂດຍ​ສະ​ເພາະ​ກັບນັກ​ສຶກ​ສາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ປຶ້ມ​ຫົວ​ນີ້​ແມ່ນ​ປຶ້ມ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ລົງ​ເລິກ​​ການຮ່ຳ​ຮຽນ​ແນວ​ຄິດ​ສຳ​ຄັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ ເພື່ອ​ເຮັດ​ວຽກ​ງານ​ຊາວ​ໜຸ່ມ​ໃນ​ຍຸກ​ໃໝ່​ໃຫ້​ດີ ແລະ ຊ່ວຍ​ຊາວ​ໜຸ່ມ​ຍຸກ​ປັດ​ຈຸ​ບັນ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.

ຄຳ​ເຫັນ

0