蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຊົນ​ເຜົ່າ 3 ໜ້ອຍ”ຂອງ​ເຂດ​ມົງ​ໂກ​ໃນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ເປັນ​ທາງ​ການ

2020-11-20 15:30:14 CRI

ຫວ່າງ​ມໍ່ໆ​ມາ​ນີ້, ຄອບ​ຄົວ​ຜູ້​ທຸກ​ຍາກ​ຂອງ “ຊົນ​ເຜົ່າ 3 ໜ້ອຍ” ​ຈຳ​ນວນ​ສຸດ​ທ້າຍ​ຂອງ​ເຂດ​ມົງ​ໂກ​ໃນ​ຈີນ​ໄດ້​ຮັບ​​ແຈ້ງ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: “ຊົນ​ເຜົ່າ 3 ໜ້ອຍ” ຂອງ​ເຂດ​ມົງ​ໂກ​ໃນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ເ​ຜົ່າ​ຕາ​ຮ້ານ, ເຜົ່າ​ເອີ​ເວິນ​ເຄີ້ ແລະ ເຜົ່າ​ເອີ​ລຸນ​ຊຸນ​ໄດ້​ຕັ້ງ​ພູມ​ລຳ​ເນົາ​ຢູ່​ນະ​ຄອນ​ຮູ​ລຸນ​ເບວ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ, ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ປະ​ຊາ​ກອນ​ອ່າວ​ໜ້ອຍ, ​ຈິ່ງຖື​ກ​ເອີ້ນ​ວ່​າ​ເປັນ “ຊົນ​ເຜົ່າ 3 ໜ້ອຍ”. “ຊົນ​ເຜົ່າ​ 3 ໜ້ອຍ” ຕັ້ງ​ພູມ​ລຳ​ເນົາ​ຢູ່​ເຂດ​ທີ່​ມີ​ເນື້ອ​ທີ່ກວ້າງ​ຂວາງ​ແຕ່ຄົນ​ໜ້ອຍ, ເງື່ອນ​ໄຂ​ທຳ​ມະ​ຊາ​ດ​ຂີ້​ຮ້າຍຫຼາຍ, ການ​ກໍ່​ສ້າ​ງ​ພື້ນ​ຖານ​ໂຄງ​ລ່າງຫຼ້າ​ຫຼັງ, ມີ​ພື້ນ​ຖານ​ການ​ພັດ​ທະ​ນາ​ທີ່​ອ່ອນ​ແອ ແລະ ​ມີ​ການພັດ​ທະ​ນາ​ອ່າວຫຼ້າຫຼັງ​ກວ່າ​ເຂດ​ອື່ນ. ປີ 2017, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຂອງ “ຊົນ​ເຜົ່າ 3 ໜ້ອຍ” ດັ່​ງ​ກ່າວ​ມີ​ 10.281 ຄົນ.

ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ເອົາ​ໃຈ​ໃສ່​ວຽກ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ເຂດ “ຊົນ​ເຜົ່າ 3 ໜ້ອຍ”, ສຸມ​ກຳ​ລັງ​ແລະງົບ​ປະ​ມານ​ເຂົ້າ​ໄປ​ຊ່ວຍ​ເຫຼືອ, ເພີ່ມ​ທະ​ວີ​ການ​ກໍ່​ສ້າ​​ງພື້ນ​ຖານ​ໂຄງ​ລ່າງ, ຊຸກ​ຍູ້​ພາ​ລະ​ກິດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ ແລະ ອື່ນໆ ໃຫ້ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0