黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອບ​ໂຕ້ອາ​ເມ​ຣິ​ກາທີ່​ປັ້ນ​ເລື່ອງ​ຕ້ານ​​ກັບຈີນ​ອີກ

2020-11-20 11:17:59 CRI

ຂ່າວ​ລາຍ​ງານ​ວ່າ, ຫ້ອງ​ການ​ວາງ​ນະ​ໂຍ​ບາຍ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ເອ​ກະ​ສານ​ສະ​ບັບ​ໜຶ່ງ​ທີ່​ມີ​ຊື່​ວ່າ “ປັດ​ໄຈ​​ສິ່ງທ້າ​ທາຍ​ຈາກ​ຈີນ” ໂດຍ​ໄດ້​ກຳ​ນົດ​ໜ້າ​ທີ່​ສິບ​ປະ​ການ​ທີ່​ອາ​ເມ​ຣິ​ກາ​ຕ້ອງ​ເຮັດ​​ໃຫ້ສຳ​ເລັດ​ເພື່ອ​ຮັບ​ມື​ກັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຂອງ​ຈີນ.

ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ນີ້​ວ່າ: ‘‘ເອ​ກະ​ສານ​ສະ​ບັບ​ນີ້ ຄື​ການ​​ລວບ​ລວມ​ຄຳຫຼອກ​ລວງ​ເພື່ອ​​ຕ້ານ​ຈີນ​ອີກ​ຢ່າງ​ໜຶ່ງ​ ທີ່ປັ້ນ​ແຕ່ງ​ໂດຍ ‘‘ຊ​າກຟອດ​ຊິວສົງ​ຄາມ​ເຢັນ” ຂອງບາງ​ຄົນ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ເຊິ່ງ​ໄດ້​​ເຜີຍແບ​ໃຫ້​ເຫັນ​ວ່າ​ຄົນ​ຈຳ​ນວນ​ນີ້​ມີ​ແນວ​ຄິດ​ກະ​ຫາຍ​ສົງ​ຄາມ​ເຢັນ ແລະ​ມີ​ຮູບ​ຖານ​ຈິດ​ສຳ​ນຶກ​ທີ່​ລຳ​ອຽງ ​ແລະດື້​ດ້ານ​ຫົວ​ແຂງທີ່​ສຸດ, ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ, ​ມີ​ຄວາມກັງ​ວົນ​ໃຈ ແລະ ​ມີສະ​ພາບ​ຈິດ​ບໍ່​ຄ່ອຍ​ດີ​ຕໍ່​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ທີ່​ຂະ​ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ​ຂອງ​ຈີນ. ເຈດ​ຕະ​ນາ​ອັນ​ຊົ່ວ​ຮ້າຍ​ທີ່​ຄິດ​ຢາກ​ເປີດ​ສົງ​ຄາມ​ເຢັນ​ອີກ​ຄັ້ງ​ໃໝ່​ຂອງ​ເຂົາ​ເຈົ້າ ຕ້ອງຖືກປະ​ຊາ​ຊົນ​ຈີນ ກໍ​ຄື​​ປະ​ຊາ​ຊົນ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ຂອງ​ໂລກ​​ບໍ່​ສົນ​ໃຈ​ແລະປະ​ຖິ້ມ​ຢ່າງ​ເດັດ​ຂາດ ​ທັງຈະ​ປະ​ສົບ​ກັບຄວາມຫຼົ້ມ​ເຫຼວ​ຢ່າງ​ແນ່ນອນ, ໃນ​ທີ່​ສຸດ​ກໍ​ຈະ​ຖືກ​ຖິ້ມ​ລົງ​ໃສ່​ຖັງ​ຂີ້​ເຫຍື້ອ​ຂອງ​ປະ​ຫວັດ​ສາດ.

ຄຳ​ເຫັນ

0