尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນ ຮ່ວມກັນທົບທວນຄືນ ກ່ຽວກັບວຽກງານ​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ

2020-11-20 10:46:05 cri

 

ລາວ-ຈີນ ຮ່ວມກັນທົບທວນຄືນ ກ່ຽວກັບວຽກງານ​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ

ໃນຕອນເຊົ້າຂອງ​ວັນ​ທີ 19 ພະຈິກ 2020 ນີ້, ທີ່​ຫ້ອງ​ປະຊຸມ​​ກະຊວງ​ອຸດສາຫະກຳ ແລະການ​ຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກອງ​ປະຊຸມ​ທາງໄກ ​ໃນ​ຮູບ​ແບບ​ຜ່ານ​ວິ​ດີ​ໂອ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ ລາວ-ຈີນ ຄັ້ງ​ທີ X ໂດຍການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະການ​ຄ້າ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຈີນ ແລະທ່ານ​ລີ​ເສີງ​ກ່າງ Li Chenggang ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສປ ຈີນ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຈີນ-ລາວ, ​ມີບັນດາ​​ພະ​ນັກ​ງານ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ລາວ-ຈີນ ຮ່ວມກັນທົບທວນຄືນ ກ່ຽວກັບວຽກງານ​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ_fororder_lz2

ຈຸດປະສົງ ໃນການຈັດກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ທົບ​ທວນຄືນ​ຜົນສຳເລັດ​ໃນ​ການ​ຈັດ​ຕັ້ງປະຕິບັດ​ການ​ຮ່ວມ​ມື​ລາວ-ຈີນ ໃນ​ຂົງເຂດ​ເສດ​ຖະກິດ-ການ​ຄ້າ ແລະເຕັກນິກ ເຊິ່ງ​ທັງ​ສອງ​ຝ່າຍ​​ໄດ້ສັງເກດ​ເຫັນ​ວ່າ:ນັບແຕ່​ກາງ​ປີ 2018 ຈົນເຖິງ​ປັດຈຸບັນ ລັດຖະບານ ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ​ແກ່ ສປປ ລາວ ລວມມູນ​ຄ່າ 4 ຕື້​ຢວນ, ໃນ​ໄລຍະ 3 ປີ ແຕ່​ປີ 2018 - 2020 ໄດ້​ໃຫ້​ບູ​ລິ​ມະ​ສິດ 8 ໂຄງການ​ໃຫຍ່​ທີ່​ສຳຄັນແຫ່ງ ສປປ ລາວ, ມາ​ຮອດ​ປັດຈຸບັນ ທັງ​ສອງ​ຝ່າຍ​​ໄດ້​ຕັ້ງ​ໜ້າສືບຕໍ່​ດຳເນີນ​ການຈັດຕັ້ງ​ປະຕິບັດ ບັນດາ​ໂຄງການ​ທີ່​ສອງລັດຖະບານໄດ້​ໃຫ້​ຄວາມ​ສຳຄັນ ແລະເອົາໃຈໃສ່​ເພື່ອໃຫ້ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ. ສໍາລັບ​ປີ 2019 ການ​ຄ້າ ລາວ-ຈີນ ໄດ​້​ມີ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ເຖິງ 3,92 ຕື້​ໂດ​ລາ​ສາ​ຫະ​ລັດ ເພີ່ມ​ຂຶ້ນ 12,9%, ສໍາລັບ​ປີ 2020 ນັບແຕ່​ ເດືອນ​ມັງກອນ​ ຫາ ​ເດືອນ​ກັນຍາ ປີ 2020 ມູນ​ຄ່າ​ການ​ຄ້າ​ລະຫວ່າງ ສປປ ລາວ ແລະ ສປ ຈີນ ບັນລຸ​ເຖິງ 2,48 ຕື້​ໂດ​ລາສະຫະລັດ ຫຼຸດ​ລົງ 12,2% ເນື່ອງ​ຈາກ​ຜົນ​ກະທົບ ​ຈາກພະຍາດ​ໂຄ​ວິດ-19 ຈຶ່ງສົ່ງ​ຜົນ​ໃຫ້ການ​ແລກປ່ຽນ​ສິນຄ້າ ​ຂອງ​ທັງ​ສອງ​ຝ່າຍ​ຫຼຸດ​ລົງ​ເປັນ​ຈຳນວນ​ຫຼວງຫຼາຍ, ພິເສດ ໃນ​ປີ 2019 - 2020 ລັດຖະບານ​ຈີນ​ ຍັງ​ໄດ້​ອະນຸມັດ​ໂກ​ຕ້າ​ການ​ສົ່ງ​ອອກ​ເຂົ້າ ສານ​​ແກ່ ສປປ ລາວ ສູ່ ສປ ​ຈີນ ຈຳນວນ 50.000 ໂຕນ. ນອກຈາກ​ນັ້ນ, ຍັງ​ພວມ​ຕັ້ງໜ້າ​ຊຸກຍູ້​ການ​ສົ່ງ​ອອກ ​ງົວ, ຄວາຍ​ ແລະເຈລະຈາ​ໂກ​ຕ້າ​ໃບ​ຢາສູບ ແລະນ້ຳຕານ​ຂອງ​ລາວ​ເພື່ອ​ສົ່ງ​ອອກ​ໄປ​ຈີນ.

ລາວ-ຈີນ ຮ່ວມກັນທົບທວນຄືນ ກ່ຽວກັບວຽກງານ​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ_fororder_lz1

ການ​ລົງທຶນ​ຂອງ ສປ ຈີນ ຢູ່ ສປປ ລາວ ມາຮອດ​ເດືອນ​ຕຸລາ​ປິ 2020 ມີ​ທັງ​ໝົດ 793 ໂຄງການ ເຊິ່ງມີມູນ​ຄ່າ​​ທັງ​ໝົດ​ຫຼາຍ​ກວ່າ 12 ຕື້​ໂດ​ລາສະຫະລັດ ເປັນ​ອັນ​ດັບ 1 ໃນ​ຈຳ​ນວນ 32 ປະເທດ ແລະເຂດ​ແຄວ້ນ​ທີ່​ລົງທຶນ​ຢູ່ ສປປ ລາວ. ນອກ​ນັ້ນ, ສປ ຈີນ ຍັງ​ໄດ້​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິເສດ ທີ່​ໄດ້​ຮັບ​ການ​ອະນຸມັດ​ທັງ​ໝົດ 463 ໂຄງການ ມີ​ມູນ​ຄ່າທັງ​ໝົດ​ຫຼາຍ​ກວ່າ 3,1 ຕື້​ໂດ​ລາສະຫະລັດ. ທັງ​ສອງ​ຝ່າຍ​ໄດ້​ສັງເກດ​ຕີ​ລາຄາ ໂດຍ​ລວມ​ວ່າ ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ເຖິງ​ຈະ​ມີ​ຄວາມ​ຫຍຸ້ງຍາກຍ້ອນ​ພະຍາດ​ໂຄ​ວິດ-19 ແຕ່​ກໍ່ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ​ ດັ່ງໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ແລະກໍ່​ເຫັນ​ວ່າ:ໃນ​ໄລຍະທີ່ມີຄວາມ​ຫຍຸ້ງຍາກ ລັດຖະບານ​ສອງ​ຝ່າຍ​ກໍ່​ໄດ້​​ອອກຫຼາຍໆ​ມາດ​ຕະການ ເພື່ອ​ຊຸກຍູ້​ການ​ປະຕິບັດ​ການ​ຮ່ວມ​ມື​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແລະ​ມີຜົນສຳເລັດ​ອັນ​ໃຫຍ່​ຫຼວງ.

ລາວ-ຈີນ ຮ່ວມກັນທົບທວນຄືນ ກ່ຽວກັບວຽກງານ​ດ້ານ​ເສດຖະກິດ-ການ​ຄ້າ ແລະເຕັກນິກ_fororder_lz4

 

ຄຳ​ເຫັນ

0