尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%

2020-11-20 10:51:06 cri

ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%

ນັບແຕ່ມື້ເປີດການກໍ່ສ້າງຢ່າງເປັນທາງການ ໃນຕົ້ນເດືອນກໍລະກົດທີ່ຜ່ານມາ, ເຫັນໄດ້ວ່າ ປັດຈຸບັນ ໂຄງການກໍ່ສ້າງສະຖານນີ ລົດໄຟນະຄອນຫຼວງວຽງຈັນ ມີຄວາມຄືບໜ້າຄື: ໄດ້ຕິດຕັ້ງໂຄງສ້າງຮາກຖານໃກ້ຈະສໍາເລັດແລ້ວ ແລະກໍາລັງດໍາເນີນການປະກອບໂຄງສ້າງເຫຼັກຫຼັງຄາ ຫຼັງຈາກນັ້ນກໍ່ຈະມຸງໂຄງສ້າງ ເຊິ່ງສະແດງໃຫ້ເຫັນໃນພິທີມຸງໂຄງສ້າງ ແລະປະກອບໂຄງສ້າງເຫຼັກຄັ້ງທໍາອິດ ຈັດຂຶ້ນໃນວັນທີ 19 ພະຈິກ 2020 ຢູ່ທີ່ເຂດກໍ່ສ້າງສະຖານນີນະຄອນຫຼວງວຽງຈັນ.

ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%_fororder_2

ປັດຈຸບັນ, ສະຖານີລົດໄຟນະຄອນຫຼວງວຽງຈັນໄດ້ກໍ່ສ້າງໂຄງສ້າງຮາກຖານສໍາເລັດ 90% ແລ້ວ ແລະຄາດວ່າຈະຕິດຕັ້ງໂຄງສ້າງຮາກຖານ ລວມເຖິງຫຼັງຄາຂອງມັນຈະໃຫ້ສໍາເລັດໃນທ້າຍເດືອນທັນວາຂອງປີນີ້. ໂຄງການກໍ່ສ້າງສະຖານີລົດໄຟນະຄອນຫຼວງວຽງຈັນແມ່ນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543,45 ຕາແມັດ, ຄວາມຍາວ 220 ແມັດ, ຄວາມກວ້າງ 90 ແມັດ, ຄວາມສູງ 25 ແມັດ ແລະສາມາດຮອງຮັບຜູ້ສານສູງສຸດເຖິງ 2.500 ຄົນ ແລະເປັນສະຖານີໃຫຍ່ທີ່ສຸດຂອງໂຄງການທາງລົດໄຟລາວ-ຈີນ.

ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%_fororder_3

ນອກນັ້ນ, ໃນເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນແຂວງຫຼວງນໍ້າທາ ຫາ ນະຄອນຫລວງວຽງຈັນ ຍັງປະກອບມີສະຖານີຂົນ-ສົ່ງຜູ້ໂດຍສານ 10 ສະຖານີ ລວມສະຖານີນະຄອນຫຼວງວຽງຈັນແລະ ສະຖານີຄ່ຽນຖ່າຍ ສິນຄ້າ 22 ສະຖານີ ເຊິ່ງແຕ່ລະສະຖານີ ແມ່ນກຳລັງລົງມືດໍາເນີນການກໍ່ສ້າງເຊັ່ນດຽວກັນ. ສໍາລັບສະຖານີ ໂພນໂຮງ ແລະກາສີ ແມ່ນເຮັດໂຄງສ້າງຫລັງຄາສຳເລັດແລ້ວ.

ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%_fororder_4

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນລາວ-ຈີນ ນັບແຕ່ບໍ່ເຕັນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

 

ຄຳ​ເຫັນ

0