覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​​ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມ​ຄັງ​ປັນ​ຍາ​ໂລກ “ສ້າງ​ສາ​ໂລກ​ຄືນ​ໃໝ່ຫຼັງການ​ລະ​ບາດ​ໂຄວິດ-19”

2020-11-21 21:28:33 cri

ວັນ​ທີ 20 ພະ​ຈິກ​ນີ້, ທ່ານ​ຫວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຄັງ​ປັນ​ຍາ​ໂລກ “ສ້າງ​ສາ​ໂລກ​ຄືນ​ໃໝ່ຫຼັງການ​ລະ​ບາດ​ໂຄວິດ-19”ຜ່ານ​ທາງວີ​ດີ​ໂອ ພາຍ​ໃນ​ຫົວ​ຂໍ້​ວ່າ: “ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ ເພື່ອ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ”.
 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບວກ​ກັບ​ສະ​ພາບ​ການ​ຜັນ​ແປ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ​ເຊິ່ງ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ສາ​ກົນ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ເຖິງ​ຈຸດ​ຫົວ​ລ້ຽວ​ຫົວ​ຕໍ່​ອັນ​ໃໝ່. ມວນ​ນະ​ນຸດ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂຶ້ນ​ຈາກ​ຂະ​ບວນ​ການ​ຕໍ່​ສູ້​ເພື່ອ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ແລະ​ວິ​ກິດ​ການ​ຈຳ​ນວນຫຼວງຫຼາຍ. ບັນ​ດາ​ປະ​ເທດ​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ຈາກ​ໄພ​ພິ​ບັດ​ຕ່າງ​ໆ, ເຕົ້າ​ໂຮມ​ກຳ​ລັງ​ແຮງ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຈາກ​ການ​ຕໍ່​ສູ້​ຕ້ານ​ກັບ​ໄພ​ພິ​ບັດ, ຮ່ວມ​ມື​ກັນ​ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ສັງ​ຄົມ​ມະ​ນຸດ.
 

    ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ: ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​, ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ເອົາ​ຊະ​ນະ​ພະ​ຍາດ​ຢ່າງ​ສິ້ນ​ເຊິງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານຫຼາຍ​ຝ່າຍ​ຕື່ມ​ອີກ, ປັບ​ປຸງ​ລະ​ບົບ​ການ​ບໍ​ລິ​ຫານ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວນ​ເພີ່ມ​ທະ​ວີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ເຊື່ອມ​ຈອດ​ກັນ​ຕື່​ມ​ອີກ, ຮ່ວມ​ມື​ປະ​ສານ​ງານ​ກັນ​ເພື່ອ​ຊຸກ​ຍູ້​​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຄືນ​ແລະ​ຂະ​ຫຍາຍ​ຕົວ, ຄວນ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ​ເພື່ອ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0