秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກລັດຖະມົນຕີມາເລເຊຍຮຽກຮ້ອງໃຫ້ສະມາຊິກຂອງອົງການ APEC ຈົ່ງຮ່ວມກັນຊຸກຍູ້ການຟື້ນຟູເສດຖະກິດພາກພື້ນ

2020-11-21 15:29:42 cri

ວັນ​ທີ 20 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ທີ່​ບໍ່ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊິ​ຟິກ ຫຼື APEC ຄັ້ງ​ທີ 27 ໄດ້​ຈັດ​ຂຶ້ນ​ຜ່ານທາງ​ອອນ​ລາຍ. ໃນ​ຖາ​ນະ​​ເປັນ​ເຈົ້​າ​ພາບ​ຈັດ​ກອງ​ປະ​ຊຸມ​, ທ່ານ​ມຸ​ຮິ​ດິນ ຢາ​ຊິນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ກ່າວ​ໃນ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ, ບັນ​ດາ​ສະ​ມາ​ຊິກ​ຂອງ​ອົງ​ການ APEC ຄວນ​ສາ​ມັກ​ຄີ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພື່ອ​ຮ່ວມ​​ກັນ​​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາກ​ພື້ນຫຼັງ​ການລ​ະ​ບາດ​ຂອງ​ພະ​ຍາດ.

ທ່ານ ມຸ​ຮິ​ດິນ ກ່າວ​ວ່າ, ​ນັບ​ແຕ່​ອົງ​ການ APEC ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ອົງ​ການ​ດັ່ງ​ກ່າວໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ  ເຊິ່ງ​ໄດ້​ສົ່ງ​ເສີ​ມ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ ແລະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ນີ້. ພາຍ​ໃຕ້​ສະ​ພາບ​ການ​ທີ່​ສະ​ມາ​ຊິກ​ອົງ​ການ APEC ກຳ​ລັງ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,  ບົດ​ບາດ​ຂອງ​ອົງ​ການ APEC ຍິ່ງ​ມີ​ຄວາມ​ສຳ​ຄັນຫຼາຍກວ່າ​ເກົ່າ.

ທ່ານ ມຸ​ຮິ​ດິ ​ກ່າວ​ຕື່ມວ່າ, ອົງ​ການ APEC ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸ​ກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ໂຄວິ​ດ-19, ອົງ​ກອນ​ເສ​ດ​ຖະ​ກິດ​ຕ່າງໆ​ຄວນຫຼຸດ​ພົ້ນ​ອອກ​ຈາ​ກ​ການ​ຊຸດ​ໂຊມລົງ​ຂອງ​ເສ​ດ​ຖະ​ກິດ​ໂດຍ​ອີງ​ໃສ່​ການ​ຄ້າ ແລະ​ການ​ລົງ​ທຶນ, ຊຸກ​ຍູ້​ໃຫ້​ພາກ​ພື້ນ​ນີ້​ກ້າວ​ເດີນ​ຕາມ​​ເສັ້ນທາງ​ຟື້ນ​ຟູ ແລະ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ທີ່​ແຂງ​ແຮງ, ກວມ​ລວມ ແລ​ະ​ຍືນ​ຍົງ.

ຄຳ​ເຫັນ

0