覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສົນ​ທະ​ນາ​ເພື່ອ​ລະ​ນຶກວັນ​ສ້າງ​ຕັ້ງ​ອົງ​ການ​ການ​ຄ້າ​ໂລກ​ຄົບ​ຮອບ 25 ປີ​ໄດ້​ສຸມ​ໃສ່​ບັນ​ຫາ​ການ​ປະ​ຕິ​ຮູບ

2020-11-21 21:26:33 cri

ອົງ​ການ​ການ​ຄ້າ​ໂລກຫຼື WTOໄດ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ດັບ​ສູງ​ທາງ​ອ໋ອນ​ລາຍ​ໃນ​ວັນ​ທີ 19 ພະ​ຈິກ​ນີ້ ເພື່ອ​ລະ​ນຶກ​ອົງ​ການ WTO ໄດ້​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 25 ປີ. ​ໃນ​ໂອ​ກາດ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ໄດ້​ເນັ້ນ​ໜັກ​ວ່າ ລະ​ບົບ​ການ​ຄ້າ​ສາ​ກົນ​ທີ່​ຖື​ກົດ​ລະ​ບຽບ​ເປັນ​ພື້ນ​ຖານ​ນັ້ນ​ຍັງ​ຄົງ​ມີ​ຄວາມ​ໝາຍ​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ທຸກ​ມື້​ນີ້, ແຕ່​ອົງ​ການ​ການ​ຄ້າ​ໂລກ​ກໍ​ຕ້ອງ​ປັບ​ປຸງ​ກົດ​ລະ​ບຽບ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​.
 

   ທ່ານ​ຫວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ຢືນ​ຢັນ​ວ່າ: ອົງ​ການ​ການ​ຄ້າ​ໂລກ​ໄດ້​ປະ​ກອບ​ສ່ວນ​ທາງ​ປະ​ຫວັດ​ສາດ​ເພື່ອ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ເຮັດ​ໃຫ້ຫຼາຍ​ຮ້ອຍ​ລ້ານ​ຄົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ເຖິງ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ກໍ​ຕາມ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກໍ​ໄດ້ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ອົງ​ການ​ການ​ຄ້າ​ໂລກ​ໂດ​ຍ​ພື້ນ​ຖານ, ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ໃຫ້ຫຼາຍກວ່າ​ເກົ່າ​ແຕ່​ບໍ່​ແມ່ນ​ຂັດ​ຂວາງ​ການ​ຄ້າ. ປະ​ເທດ​ສະ​ມາ​ຊິກ​ທັງຫຼາຍ​ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ກົດ​ລະ​ບຽບ​ສາ​ກົນ​ໃນ​ຂົງ​ເຂດ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ລົງ​ທຶນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ອື່ນໆ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ອົງ​ການ​ການ​ຄ້າ​ໂລກ​ຍັງ​ຈະ​ສາ​ມາດ​ສ້າງ​ຜົນ​ງານ​ໄດ້.
 

     ທ່ານ​ເດ​ວິດ ວອນ​ເຄີ ປະ​ທານ​ສະ​ພາ​ມົນ​ຕີ​ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ: ໂລກ​ໃນ​ປັດ​ຈຸ​ບັນ​ແມ່ນ​ຕ່າງ​ກັນ​ກັບ​ເມື່ອ 25 ປີ​ກ່ອນ​ຢ່າງຫຼວງຫຼາຍ, ອົງ​ການ​ການ​ຄ້າ​ໂລກ​ຕ້ອງ​ການ​ປັບ​ປຸງ​ກົດ​ລະ​ບຽບ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

 

ຄຳ​ເຫັນ

0