刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງອະ​ທິ​ບາຍການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກຢ່າງຮອບດ້ານເປັນຄັ້ງທຳອິດ

2020-11-21 18:09:01 cri

ທ່ານສີຈິ້ນຜິງອະ​ທິ​ບາຍການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກຢ່າງຮອບດ້ານເປັນຄັ້ງທຳອິດ

ເດືອນພະຈິກປີ 2019, ໃນເວລາເຂົ້າຮ່ວມການພົບປະລະຫວ່າງຜູ້ນຳປະ ເທດບຼິກສທີ່ນະຄອນຫຼວງບຣາຊີເລຍປະ​ເທດເບຼຊິນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກທີ່ເປີດກວ້າງກວມລວມ, ​ການ​ເຕີບ​ໂຕ​ແບບປະດິດສ້າງໃໝ່, ເຊື່ອມ​ໂຍມ​ເຊື່ອມຈອດກັນ ​ການ​ຮ່ວມ​ມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ວັນທີ 20 ພະຈິກ2020ນີ້, ໃນເວລາເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ຄັ້ງທີ 27,​ ທ່ານສີຈິນຜິງໄດ້ກ່າວຄຳປາໄສທີ່ພາດຫົວ​ຂໍ້ວ່າ: ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ ໂດຍໄດ້​ອະ​ທິ​ບາຍຢ່າງຮອບດ້ານ ວ່າ ຈະຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີຟາຊີຟິກແນວໃດ.

ທ່ານສີຈິ້ນຜິງກ່າວວ່າ: ປີນີ້, ໜ້າທີ່ສຳຄັນຢ່າງໜຶ່ງຂອງອົງການຮ່ວມມືເສດຖະກິດ ອາຊີປາຊີຟິກແມ່ນເລີ່ມ​ປະ​ຕິ​ບັດວິໄສທັດການຮ່ວມມືຫຼັງປີ 2020.

ກອງປະຊຸມໃນມື້ດຽວກັນໄດ້ຮັບຮອງ​ເອົາ “ວິໄສທັດປູຕຣາຈາຢາຂອງອົງການ ຮ່ວມມືເສດຖະກິດອາຊີປາຊີຟິກ 2040” ທີ່ລະບຸວ່າ: “ພວກເຮົາຫວັງວ່າ ຈະສ້າງ ປະຊາຄົມອາຊີປາຊີຟິກທີ່ເປີດກວ້າງ, ມີຊີວິດຊີວາ, ເຂັ້ມແຂງ ແລະ ສັນຕິພາບ ເມື່ອຮອດປີ 2040.” ເຊິ່ງຈະເປັນເອກະສານໂຄງ​ການທີ່ນຳພາການຮ່ວມມືຂອງ APEC ໃນ 20 ປີຕໍ່ໜ້າ. ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາຄວນຖື​​ເລື່ອງນີ້ ເປັນຈຸດເລີ່ມ​ຕົ້ນໃໝ່​ເພື່ອເປີດໄລຍະໃໝ່ແຫ່ງການຮ່ວມມືຂອງອາຊີປາຊີຟິກ.”

ໃນເວລາ​ອະ​ທິ​ບາຍ 4 ເນື້ອໃນແກນກາງຂອງການສ້າງປະຊາຄົມຮ່ວມຊາຕາກຳ ອາຊີປາຊີຟິກ, ​ກ່ອນ​ອື່ນ,ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ ຕ້ອງຍຶດໝັ້ນການເປີດກວ້າງ ກວມລວມ. ວັນທີ 15 ພະຈິກນີ້, ຈີນ ແລະ 14 ປະເທດໄດ້ເຊັນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEPຢ່າງເປັນທາງການ. ວົງການພາຍນອກເຫັນໂດຍທົ່ວໄປວ່າ: ນີ້ເປັນໄຊຊະນະຂອງລັດທິຫຼາຍຝ່າຍແລະ ການຄ້າເສລີ.

ທ່ານສີຈິ້ນຜິງກ່າວຢ່າງຈະແຈ້ງວ່າ: “ພາກພື້ນອາຊີປາຊີຟິກຕ້ອງສະໜັບສະໜູນ ລະບົບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງຢ່າງເດັດດ່ຽວ​ໜຽວ​ແໜ້ນ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດພາກພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ, ສ້າງເຂດການຄ້າເສລີອາຊີປາຊີຟິກ​ໃຫ້​ສຳ​ເລັດໂດຍໄວ. ຈີນຊົມເຊີຍການບັນ​ລຸ​ການ​ລົງ​ນາມ​ໃນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານ​ໃນພາກພື້ນຢ່​າງ​ສຳ​ເລັດ​ຜົນ ແລະຈະຕັ້ງໜ້າພິຈະລະນາເພື່ອເຂົ້າ ຮ່ວມສັນຍາການພັວພັນຄູ່ຮ່ວມຂ້າມປາຊີຟິກກ້າວໜ້າແລະຮອບດ້ານ.”

ໃນ​ເວລາ​ປະ​ກອບ​ຄຳ​ເຫັນໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ຕ້ອງຍຶດໝັ້ນ​ການ​ເຕີບ​ໂຕ​ແບບ​ປະດິດ​ສ້າງ​ໃໝ່, ຍຶດໝັ້ນ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ຍຶດໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ເຊິ່ງ 3 ດ້ານ​ນີ້​ກໍ​ແມ່ນ​ເນື້ອ​ໃນສຳຄັນ​ໃນ​ການ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ​ປາຊີ​ຟິກ.

​​ໃນ​ດ້ານ​ການ​ຍຶດໝັ້ນ​ການ​ເຕີບ​ໂຕ​ແບບ​ປະດິດ​ສ້າງ​ໃໝ່, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: “ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ພັດທະນາ​ເສດຖະກິດ​ທາງ​ອິນ​ເຕີ​ເນັດ​ແລະ​ດິຈີ​ຕອນ​ຂອງ​ອົງການAPECຢ່າງຮອບດ້ານ”.

​ໃນ​ດ້ານ​ການ​ຍຶດໝັ້ນ​ການ​ເຊື່ອມ​ໂຍງ​​ເຊື່ອມ​ຈອດ​ກັນ, ທ່ານ​ສີ​ຈິ້ນຜິ​ງກ່າວ​ເນັ້ນ​ວ່າ: “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຊຸກຍູ້ການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ອົງການ​APEC​ໃຫ້​ໄດ້​ຮັບ​ຜົນ​ຕົວ​ຈິງ.”

​ເດືອນ​ຕຸລາ​ປີ 2014, ກອງ​ປະຊຸມ​ອົງການ​APECທີ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບຮອງ “​ແຜນ​ແມ່​ບົດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ອົງການ​APEC”. ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ແມ່ນ​ພື້ນຖານ​ສຳຄັນ​ທີ່​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເຊິ່ງມີ​ຄວາມ​ສຳຄັນ​ພົ້ນ​ເດັ່ນ​ຍິ່ງ​ຂຶ້ນ​ພາຍ​ໃຕ້​ສະພາບ​ການ​ທີ່​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ.

​ໃນ​ດ້ານ​ການ​ຍຶດໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: “ພວກ​ເຮົາ​​ຄວນລົງ​ເລິກການ​ພົວພັນ​ຄູ່​ຮ່ວມ​ມືອາຊີ​ປາຊີ​ຟິກທີ່​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ການ​ກວມ​ລວມ, ການ​ຮ່ວມ​ມື ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.” ​ເຊິ່ງການ​ພົວພັນ​ຄູ່​ຮ່ວມມື​ອາຊີ​ປາຊີ​ຟິກ​ແມ່ນ​ທ່ານ​ສີ​ຈິ້ນ​ຜິ​ງສະ​ເໜີ​ອອກ​ມາ​ກ່ອນໝູ່​ໃນ​ພິທີ​ເປີດ​ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າ​ອົງການAPEC​ເມື່ອປີ 2014. ມີ​ແຕ່​ເສີມ​ສ້າງ​ຜົນ​ປະ​ໂຫຍ​ດຮ່ວມ​​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃຫ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຈຶ່ງ​ຈະ​ສາມາດ​ບັນລຸ​ການ​ພັດທະນາ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ຮ່ວມ​ກັນ​ໄດ້.

​ໃນ​​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ປະກາດ​ມາດ​ຕະການ​ສຳຄັນ​ຫຼາຍ​ຢ່າງ​ຂອງ​ຈີນ, ຄື: ຈີນ​ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ມີ​ລັກສະນະ​ກວມ​ລວມ, ​ເພື່ອ​ໃຫ້​ຂໍ້​ສະ​ເໜີ​ກ່ຽວ​ກັບ​ ນະ​ໂຍບາຍ​ດ້ານ​ການ​ຄ້າ ​ແລະ ການ​ລົງ​ທຶນ​ທີ່​ເປັນ​ປະ​ໂຫຍ​ດ​​ໃຫ້​ແກ່​ປະຊາຊົນ​ຢ່າງ​ກວ້າງ​ຂວາງ. ປີໜ້າ, ຈີນ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລຶບລ້າງ​ຄວາມທຸກ​ຍາກ​ດ້ວຍ​ເຕັກນິກ​ດິຈີ​ຕອນ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ເຕັກນິກ​ດິຈີ​ຕອນ, ຊ່ວຍຊຸກຍູ້​​ພາລະກິດລຶບລ້າງ​ຄວາມ​ທຸກ​ຍາກຢູ່ພາກ​ພື້ນ​ອາຊີ​ປາຊີ​ຟິກ.

​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ຍົກ​ເອົາ​ສຸພາ​ສິດ​ ​ຂອງ​ມະ​ເລ​ເຊຍ ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ມາ​ກ່າວ​ວ່າ: “​ເມື່ອພົບ​ພູ​ສູງ​ກໍ​ປິນ​ໄຕ່​ໄປ​ພ້ອມ​ກັນ, ​ເມື່ອ​ພົບຄອງ​ນໍ້າ​ກໍ​ຂ້າມ​ໄປ​ພ້ອມກັນ.” ພາກ​ພື້ນ​ອາຊີ​ປາຊີ​ຟິກມີ​ຄວາມ​ເຂັ້ມ​ແຂງ ​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍ​ທີ່​ສຸດ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ, ສະ​ນັ້ນ, ການ​ຮ່ວມ​ມື​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ອາຊີ​ປາຊີ​ຟິກ, ພົວພັນ​ເຖິງ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້, ພົວພັນ​ເຖິງ​ຄວາມສຸກ​ຂອງ​ປະຊາຊົນ, ກໍ​ພົວພັນ​ເຖິງ​ອະນາຄົດ​ຂອງ​ທົ່ວ​ໂລກ​ເຊັ່ນ​ກັນ.

 

ຄຳ​ເຫັນ

0